ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານພົນເອກ Kong Saly, ຮອງຫົວໜ້າກົມໃຫຍ່ພະລາທິການທັງເປັນຫົວໜ້າກົມເສນາຮັກ, ກະຊວງປ້ອງກັນປະເທດກຳປູເຈຍ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຂອງກະຊວງປ້ອງກັນປະເທດກຳປູເຈຍ ຕໍ່ກັບກະຊວງປ້ອງກັນປະເທດຫວຽດນາມ. ຕໍ່ໜ້າສະພາບການເຊື້ອພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ເຖິງວ່າພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ກໍ່ພວມມານະພະຍາຍາມປ້ອງກັນ, ຕ້ານເຊື້ອພະຍາດ, ແຕ່ດ້ວຍຈິດໃຈແບ່ງປັນ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຊ່ວຍເຫຼືອວັດຖຸ, ອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຫຼາຍປະເພດໃຫ້ແກ່ກະຊວງປ້ອງກັນປະເທດກຳປູເຈຍ ຢ່າງທັນການ. 

leftcenterrightdel
ພິທີມອບ-ຮັບວັດຖຸ, ອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ແກ່ກະຊວງປ້ອງກັນປະເທດກຳປູເຈຍ. ພາບ: qdnd.vn.

ກິດຈະກຳນີ້ສະແດງໃຫ້ເຫັນມູນເຊື້ອ, ການຮ່ວມມືແບບພິເສດ, ອາລົມຈິດອັນດີງາມລະຫວ່າງກອງທັບສອງປະເທດ. ບັນດາວັດຖຸ, ອຸປະກອນການແພດນີ້ມີຄວາມໝາຍສໍາຄັນສຳລັບບັນດາກົມກອງຂອງກອງທັບລາດຊະວົງກຳປູເຈຍ ເພື່ອປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ທີ່ພວມຜັນແປຢ່າງສັບສົນ. ໃນໄລຍະຈະມາເຖິງ, ກົມເສນາຮັກ, ກົມໃຫຍ່ພະລາທິການກອງທັບກຳປູເຈຍ ຈະເປັນເສນາທິການໃຫ້ກະຊວງປ້ອງກັນປະເທດກຳປູເຈຍ ເພີ່ມທະວີການຮ່ວມມື, ສົມທົບກັບກະຊວງປ້ອງກັນປະເທດ ແລະບັນດາກົມກອງກ່ຽວຂ້ອງຂອງກອງທັບປະຊາຊົນຫວຽດນາມ ໃນການປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ -19 ກໍຄືໃນບັນດາການເຄື່ອນໄຫວອື່ນໆ, ປະກອບສ່ວນເພີ່ມທະວີນ້ໍາໃຈສາມັກຄີມິດຕະພາບ, ການຮ່ວມມືລະຫວ່າງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ ແລະກຳປູເຈຍ.

ໂດຍ: ສົມເພັດ