ແບ່ງປັນຄວາມຫຍຸ້ງຍາກ, ຊ່ວຍເຫຼືອໂດຍບໍ່ມີເງື່ອນໄຂ

ນັບແຕ່ເມື່ອໂລກພະຍາດໂຄວິດ-19 ຫາກໍ່ເກີດຂື້ນ, ລັດຖະບານຫວຽດນາມ ໄດ້ມີແຜນນະໂຍບາຍປະຕິບັດຍຸດທະສາດຢ່າງຮອບດ້ານເພື່ອຮັບມືກັບພະຍາດ, ໃນນັ້ນຖືເປັນສໍາຄັນການຮ່ວມມືກັບສາກົນໃນການປ້ອງກັນ, ຕ້ານພະຍາດ. ເຖິງວ່າຍັງມີຄວາມຫຍຸ້ງຍາກ ແລະໄດ້ຮັບຜົນສະທ້ອນຈາກພະຍາດກໍ່ຕາມ, ແຕ່ວ່າ ຫວຽດນາມ ກໍ່ໄດ້ກຽມພ້ອມແບ່ງປັນແຫຼ່ງກໍາລັງ, ການໜູນຊ່ວຍທາງດ້ານສາທາລະນະສຸກເພື່ອຊ່ວຍເຫຼືອບັນດາປະເທດມີພາຫະນະເພື່ອປົກປັກຮັກສາສຸຂະພາບໃຫ້ແກ່ປະຊາຊົນຕື່ມອີກ, ຊ່ວຍເຫຼືອປະຊາຊົນບັນດາປະເທດຜ່ານຜ່າໄລຍະຫຍຸ້ງຍາກນີ້.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: ຈ້ອງຫາຍ.

ບົນຈິດໃຈນັ້ນ, ໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ກອງທັບປະຊາຊົນຫວຽດນາມ ໄດ້ຍູ້ແຮງການເຄື່ອນໄຫວໜູນຊ່ວຍກອງທັບປະເທດຕ່າງໆຮັບມືກັບພະຍາດ. ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບວັດຖຸອຸປະກອນການແພດຫຼາຍຢ່າງ, ຄື: ຜ້າອັດປາກ, ຊຸດກັນພະຍາດ, ຖົງມືການແພດ, ນໍ້າຢາລ້າງມືຂ້າເຊື້ອ... ໃຫ້ກະຊວງປ້ອງກັນປະເທດຈີນ, ລາວ ແລະກໍາປູເຈຍ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບກອງທັບບັນດາປະເທດໃນບັ້ນຮົບຕ້ານໂລກພະຍາດໄດ້ສ່ວນໃດສ່ວນໜຶ່ງ. ທ່ານພົນໂທ ຫງວຽນຈີ໊ວິ້ງ ໃຫ້ຮູ້ວ່າ: "ໃນການພົບປະກັບທ່ານເອກອັກຄະລັດທະທູດຈີນ ປະຈໍາ ຫວຽດນາມ,  ຂ້າພະເຈົ້າໄດ້ເວົ້າວ່າ ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມແຕ່ວ່າແມ່ນປະເທດບ້ານໃກ້ເຮືອນຄຽງ, ຫວຽດນາມ ກຽມພ້ອມແບ່ງປັນບົດຮຽນກັບຈີນ. ພວກຂ້າພະເຈົ້າສາມາດປະສົບຄວາມຫຍຸ້ງຍາກ ແຕ່ວ່າສິ່ງທີ່ພວກຂ້າພະເຈົ້າມອບໃຫ້ພວກເພື່ອນນັ້ນແມ່ນສິ່ງທີ່ດີທີ່ສຸດຂອງຫວຽດນາມ, ໄດ້ຮັບການຍອມຮັບຈາກສາກົນ...”.

ນອກຈາກອຸປະກອນການແພດແລ້ວ, ກະຊວງປ້ອງກັນປະເທດຫວຽດນາມ ຍັງໄດ້ຈັດສົ່ງຊ່ຽວຊານໄປຊ່ວຍກະຊວງປ້ອງກັນປະເທດລາວ ແລະກໍາປູເຈຍ ໃນການປ້ອງກັນ, ຕ້ານພະຍາດ. ທ່ານພົນໂທ ຫງວຽນຈີ໊ວິ້ງ ກໍ່ໃຫ້ຮູ້ວ່າ ບົນຈິດໃຈຮັກແພງອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນໃນຍາມທີ່ຫຍຸ້ງຍາກທີ່ສຸດ, ຝ່າຍກູບາ ໄດ້ຢັ້ງຢືນຄວາມພ້ອມຈັດສົ່ງຊ່ຽວຊານການແພດມາຫວຽດນາມ ເພື່ອແລກປ່ຽນບົດຮຽນກ່ຽວກັບການປິ່ນປົວພະຍາດໂຄວິດ-19; ສະໜອງບາງຢາໜູນຊ່ວຍເພື່ອປິ່ນປົວໃຫ້ບັນດາຄົນຕິດເຊື້ອພະຍາດໂຄວິດ-19 ຢູ່ ຫວຽດນາມ ແລະພ້ອມກັນຄົ້ນຄວ້າ, ຮ່ວມມືຜະລິດຢາ, ວັກຊິນປິ່ນປົວປະເພດຕ່າງໆ, kit ກວດຫາເຊື້ອພະຍາດໂຄວິດ-19 ໂດຍໄວ.

ບໍ່ພຽງແຕ່ແມ່ນປະເທດບ້ານໃກ້ເຮືອນຄຽງ, ເພື່ອນມິດທີ່ເປັນມູນເຊື້ອເທົ່ານັ້ນ, ຫຼາຍປະເທດອື່ນກໍ່ປາດຖະໜາຢາກໃຫ້ຫວຽດນາມ ແບ່ງປັນບົດຮຽນ, ໜູນຊ່ວຍທາງການແພດເພື່ອປະກອບສ່ວນຫຼຸດຜ່ອນບັນດາຜົນກະທົບທີ່ໃຫຍ່ຫຼວງຈາກພະຍາດໂຄວິດ-19 ໃຫ້ຢູ່ໃນລະດັບຕໍ່າທີ່ສຸດ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ: “ສາເຫດກ່ອນອື່ນໝົດແມ່ນຍ້ອນບັນດາປະເທດມີຄວາມເຂົ້າໃຈເຖິງອາລົມຈິດຂອງຫວຽດນາມ ແລະມີຄວາມໄວ້ເນື້ອເຊື່ອໃຈຕໍ່ຫວຽດນາມ. ທີສອງ, ເຂົາເຈົ້າຮັບຮູ້ວ່າ ອຸປະກອນການແພດຂອງຫວຽດນາມ ບັນລຸໄດ້ຄຸນນະພາບທີ່ດີ...”.

ປະຕິກິລິຍາໂຕ້ຕອບທີ່ວ່ອງໄວ

ເມື່ອຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020, ພະຍາດໂຄວິດ-19 ຍັງບໍ່ທັນແຜ່ລະບາດຢ່າງກວ້າງຂວາງ. ຫຼາຍປະເທດອາຊີຕາເວັນອອກສ່ຽງໃຕ້ ຍັງບໍ່ທັນມີການປະກາດກ່ຽວກັບພະຍາດດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ໄດ້ພ້ອມກັບອາຊຽນ ສະແດງໃຫ້ເຫັນຄວາມສາມາດໂຕ້ຕອບຢ່າງວ່ອງໄວ, ທັນການກັບພະຍາດກໍ່ຄືກຳລັງຄວາມສາມາດໃນການສົມທົບນະໂຍບາຍ ແລະການກະທໍາລະຫວ່າງບັນດາສະມາຊິກ.

ດ້ວຍຖານະຕໍາແໜ່ງເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດເປີດກວ້າງ (ADMM+), ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມ, ບົນພື້ນຖານທາບທາມຄໍາຄິດເຫັນຂອງບັນດາປະເທດກໍ່ສ້າງຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ກ່ຽວກັບການຮ່ວມມືປ້ອງກັນຊາດໃນການຮັບມືກັບພະຍາດ.

ທ່ານພົນໂທ ຫງວຽນຈີ໊ວິ້ງ ໃຫ້ຮູ້ວ່າ ນັບແຕ່ເມື່ອກອງປະຊຸມ ADMM ວົງແຄບ, ບົນພື້ນຖານຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດໃນການຮັບມືກັບພະຍາດ, ກະຊວງປ້ອງກັນປະເທດຫວຽດນາມ ພວມສົ່ງເສີມຈັດຕັ້ງບັນດາການເຄື່ອນໄຫວໃນກຸ່ມເຮັດວຽກ ADMM ແລະກອງປະຊຸມຂັ້ນຮອງລັດຖະມົນຕີປ້ອງກັນປະເທດ (ADSOM), ກໍ່ສ້າງຮ່າງໂຄງການດໍາເນີນງານຮ່ວມມື ADMM ໃນໄລຍະຈະມາເຖິງ. ບົນພື້ນຖານນັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ຄາດຄະເນວ່າ ຈະຈັດຕັ້ງກອງປະຊຸມກຸ່ມເຮັດວຽກ ADMM+, ອາດຈະລວມທັງເຈົ້າໜ້າທີ່ປ້ອງກັນປະເທດຂັ້ນສູງອາຊຽນ ເປີດກວ້າງ (ADSOM+) ແລະສູງກວ່າອີກແມ່ນຂັ້ນລັດຖະມົນຕີ ADMM+ ຕາມຮູບການທາງໄກເພື່ອສ້າງຂອບເຂດກວ້າງກວ່າໃນການປ້ອງກັນ, ຕ້ານພະຍາດໂຄວິດ. ທ່ານພົນໂທ ຫງວຽນຈີ໊ວິ້ງ ໃຫ້ຮູ້ວ່າ: “ພ້ອມກັນນັ້ນແມ່ນຈັດຕັ້ງການຝຶກຊ້ອມ, ກ່ອນອື່ນໝົດແມ່ນຕາມຮູບການທາງໄກ. ໃນອະນາຄົດ, ເມື່ອໝົດພະຍາດແລ້ວຈະດໍາເນີນການຝຶກຊ້ອມພົນທະຫານກ່ຽວກັບການປ້ອງກັນ, ຕ້ານພະຍາດຂອງບັນດາປະເທດອາຊຽນ... ຕົວຈິງແລ້ວ, ໂລກໄດ້ຮັບຮູ້ພະຍາດວ່າແມ່ນໜຶ່ງໃນບັນຫາດ້ານປ້ອງກັນຊາດ, ສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງຕໍ່ບັນດາປະເທດ, ມີລັກສະນະທົ່ວໂລກ, ຂ້າມຊາຍແດນ...”.

ໃນປະຈຸບັນ, ກອງທັບປະຊາຊົນຫວຽດນາມ ມີນາຍທະຫານເກືອບ 100 ຄົນກໍາລັງປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ອາຟຣີກາ. ນັບແຕ່ເມື່ອພະຍາດໂຄວິດ-19 ຍັງບໍ່ທັນແຜ່ລະບາດຢ່າງກວ້າງຂວາງຢູ່ທະວີບນີ້, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຊີ້ນໍາບັນດາກໍາລັງຢູ່ທີ່ນີ້, ພິເສດແມ່ນໂຮງໝໍກາງສະໜາມຂັ້ນ 2 ເລກທີ 2, ເປັນເຈົ້າການ, ຕັ້ງໜ້າກະກຽມເພື່ອກຽມພ້ອມຮັບມືກັບພະຍາດ, ຮັບປະກັນຄວາມປອດໄພ, ພ້ອມທັງປະຕິບັດໜ້າທີ່ຮັກສາສຸຂະພາບໃຫ້ກໍາລັງຮັກສາສັນຕິພາບສະຫະປະຊາຊາດເປັນຢ່າງດີ. ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ: “ກ່ອນອື່ນໝົດແມ່ນປະຕິບັດໃຫ້ຖືກຕ້ອງບັນດາຫຼັກການແຍກປ່ຽວ, ຮັບປະກັນສຸຂະອະນາໄມ, ຂ້າເຊື້ອ. ຕໍ່ຈາກນັ້ນແມ່ນເຂົ້າຮ່ວມການປ້ອງກັນ, ຕ້ານພະຍາດໃຫ້ກໍາລັງຮັກສາສັນຕິພາບສະຫະປະຊາຊາດຢູ່ຄະນະປະຕິບັດງານສະຫະປະຊາຊາດ, ແຕ່ພ້ອມກັນນັ້ນກໍ່ຕ້ອງມີສະຕິລະວັງຕົວໃນການປ້ອງກັນບັນດາກໍລະນີຮ້າຍແຮງໃນລະດັບແຕກຕ່າງກັນ”.

ຮັບປະກັນກຽມພ້ອມສູ້ຮົບ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງເຂັ້ມແຂງນັ້ນແມ່ນໜ້າທີ່ອັນໜັກໜ່ວງຂອງກອງທັບຢູ່ແລ້ວ. ແຕ່ວ່າກອງທັບຍັງເຂົ້າຮ່ວມໂດຍກົງຢູ່ແນວໜ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19... ທ່ານພົນໂທ ຫງວຽນຈີ໊ວິ້ງ ຊີ້ແຈ້ງວ່າ: "ໃນສະພາບການປະຈຸບັນ, ພວກເຮົາໄດ້ປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕ, ປົກປັກຮັກສາປະເທດຊາດເປັນຢ່າງດີແລ້ວແຕ່ຍາມໃດພວກເຮົາກໍ່ມີສະຕິລະວັງຕົວຢູ່ຕະຫຼອດເວລາ. ເຖິງວ່າສະພາບພະຍາດມີການຜັນແປຢ່າງໃດກໍ່ຕາມທີ່ໜ້າທີ່ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ປົກປັກຮັກສາປະເທດຊາດຍັງຄົງແມ່ນໜ້າທີ່ແຖວໜ້າ. ກອງທັບຍາມໃດກໍ່ມີຄວາມກຽມພ້ອມ ແລະຍາມໃດກໍ່ປະຕິບັດໜ້າທີ່ສໍາຄັນທີ່ສຸດຂອງຕົນໃຫ້ເປັນຢ່າງດີ ນັ້ນແມ່ນປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ”.

ໂດຍ: ເກື່ອງດັ້ງ