ອຸປະກອນການແພດໂດຍທະຫານເຂດ 2 ມອບໃຫ້ເຊິ່ງລວມມີ: ຜ້າອັດປາກ-ອັດດັງ 90.000 ອັນ, ເຄື່ອງວັດແທກອຸນຫະພູມ 20 ໜ່ວຍ, ເຈວລ້າງມື 3.000 ຂວດ ພ້ອມກັບເອກະສານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດທີ່ໄດ້ແປເປັນພາສາລາວ 60 ສະບັບ. ກໍ່ໃນໂອກາດນີ້, ກອງພັນໃຫຍ່ 82 (ທະຫານເຂດ 2) ໄດ້ມອບຜ້າອັດປາກ-ອັດດັງ 2.640 ອັນ, ເຈວລ້າງມື 200 ຂວດ, ເຄື່ອງວັດແທກອຸນຫະພູມ 4 ໜ່ວຍໃຫ້ກອງພົນທະຫານຮາບທີ 3 (ກອງທັບປະຊາຊົນລາວ); ຜ່ານນັ້ນຊ່ວຍກອງທັບ ແລະປະຊາຊົນບັນດາແຂວງພາກເໜືອຂອງລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມຮົ່ງເຈືອງ ຜູ້ບັນຊາການກອງບັນຊາການທະຫານເຂດ 2 ມອບວັດຖຸ, ອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ປະເທດລາວ. ພາບ: ຟ້າມກຽນ.

ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານກອງພົນທະຫານຮາບທີ 3 (ກອງທັບປະຊາຊົນລາວ) ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງມາຍັງຄະນະປະຕິບັດງານ. ບັນດາວັດຖຸອຸປະກອນການແພດດັ່ງກ່າວແມ່ນຈໍາເປັນທີ່ສຸດສໍາລັບກົມກອງ.

leftcenterrightdel
ການຂົນສົ່ງບັນດາວັດຖຸ, ອຸປະກອນການແພດມອບໃຫ້ປະເທດເພື່ອນລາວ ຢູ່ດ່ານຊາຍແດນສາກົນໄຕຈາງ (ແຂວງດ້ຽນບຽນ). ພາບ: ຟ້າມກຽນ.

ກອງບັນຊາການທະຫານເຂດ 2 ໄດ້ຊີ້ນໍາບັນດາກົມກອງແຮກສ່ຽວກັບທ້ອງຖິ່ນ ແລະກອງພົນທະຫານຮາບທີ 3 (ກອງທັບປະຊາຊົນລາວ) ໃນໄລຍະຈະມາເຖິງ, ກຽມພ້ອມຈັດສົ່ງກໍາລັງ, ໜູນຊ່ວຍອຸປະກອນ, ວັດຖຸໄປຊ່ວຍລາວ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ພ້ອມທັງເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ປະກອບສ່ວນສ້າງຄວາມສາມັກຄີມິດຕະພາບແບບຍືນຍົງລະຫວ່າງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ