ປະຕິບັດຄຳຊີ້ນຳຂອງນາຍົກລັດຖະມົນຕີ ກ່ຽວກັບການຊຸກຍູ້ການຮ່ວມມືສາກົນໃນການປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19, ພິເສດແມ່ນສໍາລັບກູບາ, ວັນທີ 27 ມີນາ 2020, ການນຳກະຊວງປ້ອງກັນປະເທດຫວຽດນາມ ໄດ້ພົບປະ ແລະແລກປ່ຽນກັບເອກອັກຄະລັດຖະທູດ ແລະທີ່ປຶກສາທູດປ້ອງກັນຊາດກູບາ ປະຈຳ ຫວຽດນາມ, ສະເໜີລາຍງານການນຳພັກ, ລັດກູບາ ກ່ຽວກັບການຮ່ວມມື, ໜູນຊ່ວຍກັນໃນການປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດ, ລາຍລະອຽດແມ່ນແບ່ງປັນບົດຮຽນ, ແລກປ່ຽນຊ່ຽວຊານກ່ຽວກັບການປິ່ນປົວ, ວິເຄາະ, ເຄມີສາດ, ຊີວະສາດ ເພື່ອປ້ອງກັນ, ຕ້ານໂລກລະບາດ; ພ້ອມກັນຮ່ວມມື, ຄົ້ນຄວ້າປະດິດສ້າງບັນດາຊຸດ kit ກວດຫາເຊື້ອໄວຣັດໂຄວິດ-19 ໂດຍໄວ, ວັກຊິນ ແລະຢາປິ່ນປົວໄວຣັດ. ວັນທີ 31 ມີນາ 2020, ທ່ານພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ສົ່ງຈົດໝາຍເຖິງລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ; ທ່ານພົນໂທ ຫງວຽນຈີ໊ວິ້ງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍ່ໄດ້ສົ່ງຈົດໝາຍເຖິງຫົວໜ້າກົມໃຫຍ່ເສນາທິການບັນດາກຳລັງປະກອບອາວຸດປະຕິວັດກູບາ ເພື່ອສະເໜີບັນດາເນື້ອໃນຮ່ວມມືດັ່ງກ່າວ.

leftcenterrightdel
ທ່ານນາງ Lianys Torres ເອກອັກຄະລັດຖະທູດກູບາ ປະຈຳ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ວັນທີ 1 ເມສາ 2020, ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາ ປະຈຳ ຫວຽດນາມ ໄດ້ແຈ້ງໃຫ້ຊາບວ່າ ພັກ, ລັດ ແລະກອງທັບກູບາ ສະໜັບສະໜູນບັນດາຂໍ້ສະເໜີຂອງຫວຽດນາມ. ຕາມນັ້ນແລ້ວ, ຝ່າຍກູບາ ພ້ອມແລ້ວທີ່ຈະຈັດສົ່ງນັກຊ່ຽວຊານການແພດມາ ຫວຽດນາມ ເພື່ອແລກປ່ຽນບົດຮຽນກ່ຽວກັບການປິ່ນປົວພະຍາດໂຄວິດ-19, ໃນຕໍ່ໜ້າແມ່ນສ້າງຕັ້ງກຸ່ມຊ່ຽວຊານ ເພື່ອແລກປ່ຽນທາງໄກ; ສະໜອງຢາປິ່ນປົວໃຫ້ບັນດາຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ຫວຽດນາມ ແລະພ້ອມກັນຄົ້ນຄວ້າ, ຮ່ວມມືຜະລິດຢາປະເພດຕ່າງໆ, ວັກຊິນປິ່ນປົວ...

ໝາກຜົນເບື້ອງຕົ້ນໃນການຮ່ວມມືປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ລະຫວ່າງສອງປະເທດເວົ້າລວມ ແລະສອງກອງທັບເວົ້າສະເພາະອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນການພົວພັນທີ່ເປັນມູນເຊື້ອມິດຕະພາບ, ສາມັກຄີແບບພິເສດລະຫວ່າງຫວຽດນາມ - ກູບາ ສືບຕໍ່ແມ່ນການພົວພັນທີ່ເປັນແບບຢ່າງ, ໃສແຈ້ງ, ມີລັກສະນະສັນຍາລັກຂອງຍຸກສະໄໝ, ປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບ ແລະການພັດທະນາລວມຂອງມວນມະນຸດ.

ໂດຍ: ແສງເດືອນ