ໂດຍແມ່ນໜຶ່ງໃນບັນດາການເຄື່ອນໄຫວ, ກອງປະຊຸມປ້ອງກັນຊາດ-ການທະຫານຕົ້ນຕໍຂອງອາຊຽນ ໂດຍກະຊວງປ້ອງກັນປະເທດຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີປະທານອາຊຽນ 2020, ກອງປະຊຸມວົງແຄບ ADMM ໄດ້ໃກ້ຊິດຕິດແທດກັບຫົວຂໍ້ “ການຮ່ວມມືດ້ານປ້ອງກັນຊາດ ເພື່ອອາຊຽນທີ່ສະໜິດຕິດພັນ ແລະເປັນເຈົ້າການຮັບມື”. ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ຕີລາຄາສູງກະຊວງປ້ອງກັນປະເທດຫວຽດນາມ ໃນການເປັນເຈົ້າການ, ຕັ້ງໜ້າກະກຽມທຸກດ້ານເພື່ອແນໃສ່ຮັບປະກັນໃຫ້ກອງປະຊຸມວົງແຄບ ADMM ບັນລຸຄຸນນະພາບສູງສຸດ. ພິເສດ, ໃນສະພາບການເຊື້ອພະຍາດ Covid-19 ກໍາລັງມີການຜັນແປທີ່ສັບສົນຫຼາຍຢ່າງ, ເລື່ອງກອງປະຊຸມວົງແຄບ ADMM ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ, ຮ່ວມມືປ້ອງກັນ ແລະຕ້ານໂລກລະບາດໄດ້ສະແດງໃຫ້ເຫັນການສະໜິດຕິດພັນ ແລະເປັນເຈົ້າການຮັບມືຂອງອາຊຽນ ຕໍ່ໜ້າບັນດາສິ່ງທ້າທາຍທີ່ເກີດຂຶ້ນໃໝ່, ຕອບສະໜອງຄວາມຄອງຄອຍຂອງປະຊາຊົນຢູ່ພາກພື້ນ. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວພົ້ນເດັ່ນຂອງກອງປະຊຸມວົງແຄບ ADMM ໂດຍກະຊວງປ້ອງກັນປະເທດຫວຽດນາມ ເປັນເຈົ້າພາບ.

leftcenterrightdel

ທ່ານພົນເອກ ໂງຊວນລິກ ພົບປະກັບທ່ານພົນເອກ ຈັນສະໝອນ ຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວ ຢູ່ນອກກອງປະຊຸມວົງແຄບ ADMM. ພາບ: ຈ້ອງຫາຍ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ພົບປະກັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ຢູ່ນອກກອງປະຊຸມວົງແຄບ ADMM. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ພົບປະກັບທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ຢູ່ນອກກອງປະຊຸມວົງແຄບ ADMM. ພາບ: ຈ້ອງຫາຍ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ພົບປະກັບທ່ານພົນຕີ Agus Setiadji, ເລຂາທິການໃຫຍ່ປ້ອງກັນຊາດອິນໂດເນເຊຍ ຢູ່ນອກກອງປະຊຸມວົງແຄບ ADMM. ພາບ: ຈ້ອງຫາຍ.

leftcenterrightdel
ທ່ານ Sein Win ລັດຖະມົນຕີກະຊວງປ້ອງກັນປະເທດມຽນມາ ຢ້ຽມຢາມຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມວົງແຄບ ADMM. ພາບ: ຈ້ອງຫາຍ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ພົບປະສອງຝ່າຍກັບທ່ານພົນເອກ Chaichan Changmongkol ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄທ ຢູ່ນອກກອງປະຊຸມວົງແຄບ ADMM. ພາບ: ຈ້ອງຫາຍ.

ໂດຍ: ໄຊຊະນະ