ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ສະຫະພັນລັດເຊຍ ພວມພັດທະນານັບມື້ນັບດີງາມໃນບັນດາຂົງເຂດ, ໃນນັ້ນມີຂົງເຂດປ້ອງກັນຊາດ. ຕາມທ່ານພົນໂທ ຫງວຽນຈີ໊ວິ້ງ ແລ້ວ, ໃນໄລຍະຜ່ານມາ,  ການພົວພັນດ້ານປ້ອງກັນຊາດສອງຝ່າຍໄດ້ຮັບການເປີດກວ້າງດ້ວຍຫຼາຍເນື້ອໃນຮ່ວມມືໃໝ່, ໃນນັ້ນຕ້ອງເວົ້າເຖິງການຮ່ວມມືໃນຂອບເຂດສູນເຂດຮ້ອນຫວຽດນາມ-ລັດເຊຍ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນດ້ານປ້ອງກັນຊາດກັບສະຫະພັນລັດເຊຍ, ພ້ອມທັງສະແດງຄວາມປາດຖະໜາວ່າສະຫະພັນລັດເຊຍ ຈະຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໃນປີປະທານອາຊຽນ 2020 ຂອງຫວຽດນາມ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Konstantin Vnukov ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ. ພາບ: ຮວ່າງຫວູ.

ສ່ວນທ່ານ Konstantin Vnukov ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນອັນດີງາມຂອງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສະຫະພັນລັດເຊຍ-ຫວຽດນາມ ໃນປີ 2019, ເປັນຕົ້ນແມ່ນໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນ, ກໍ່ສ້າງ, ບັນດາການຢ້ຽມຢາມຂອງກໍາປັ່ນທະຫານເຮືອ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຈະສືບຕໍ່ໄດ້ຮັບການຊຸກຍູ້ກວ່າອີກໃນໄລຍະຈະມາເຖິງ.

ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະທ່ານ Konstantin Vnukov ໄດ້ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງໃນການກະກຽມໃຫ້ແກ່ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການໃນໄລຍະຈະມາເຖິງຂອງທ່ານພົນເອກ ໂງຊວັນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ