ໃນປີຜ່ານມາ, ວຽກງານສົມທົບກັນລະຫວ່າງສອງກົມກອງບັນລຸໄດ້ໝາກຜົນຢ່າງຕັ້ງໜ້າດ້ວຍຫຼາຍກິດຈະກໍາຄື: ການໂອ້ລົມສົນທະນາ, ການພົບປະແລກປ່ຽນ; ການຢ້ຽມຢາມ, ມອບຂອງຂວັນເນື່ອງໃນບັນດາເຫດການສໍາຄັນຂອງສອງຊາດ...

leftcenterrightdel
ຜູ້ຕາງໜ້າກອງບັນຊາການທະຫານແຂວງບ່າເຣ້ຍ-ຫວູງເຕົາ  ແລະກອງບັນຊາການທະຫານ Preah Vihear ລົງນາມໃນສັນຍາຮ່ວມມືແຮກສ່ຽວ. ພາບ: baobariavungtau.com.vn

ທີ່ກອງປະຊຸມໄດ້ດໍາເນີນພິທີລົງນາມສັນຍາຮ່ວມມືລະຫວ່າງກອງບັນຊາການທະຫານແຂວງບ່າເຣ້ຍ-ຫວູງເຕົາ ກັບກອງບັນຊາການທະຫານ Preah Vihear ແລະລະຫວ່າງ 5 ກອງບັນຊາການທະຫານຂັ້ນເມືອງກັບ 5 ກອງບັນຊາການທະຫານຂັ້ນເມືອງສັງກັດກອງບັນຊາການທະຫານ Preah Vihear. ຕາມນັ້ນແລ້ວ, ບັນດາຝ່າຍຈະຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນ, ການແຮກສ່ຽວ, ການຊ່ວຍເຫຼືອເຊິ່ງກັນ ແລະກັນໃນການປະຕິບັດໜ້າທີ່... ເຫດການນີ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງຫວຽດນາມ-ກໍາປູເຈຍ ແລະກໍາລັງປະກອບອາວຸດສອງປະເທດ.

ໂດຍ: ທະນາພອນ