ທີ່ການຕ້ອນຮັບ, ທ່ານ Nadav Eshcar ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນລະຫວ່າງຫວຽດນາມ ແລະ ອິດສະຣາແອັນ ນັບມື້ນັບໄດ້ຮັບການຊຸກຍູ້ໃນບັນດາຂົງເຂດ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ. ສອງຝ່າຍພວມຕັ້ງໜ້າກະກຽມໃຫ້ແກ່ການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ ຄັ້ງທີ 2 ຄາດຄະເນວ່າຈະດໍາເນີນໃນເດືອນມີນາ ປີ 2020. ການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຄັ້ງທີ 1 ໄດ້ຈັດຕັ້ງດ້ວຍຜົນສໍາເລັດຢູ່ຮ່າໂນ້ຍໃນເດືອນຕຸລາ 2018.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Nadav Eshcar ເອກອັກຄະລັດຖະທູດອິດສະຣາແອັນ ປະຈໍາ ຫວຽດນາມ. ພາບ: la.qdnd.vn.

ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າການພົວພັນ ຫວຽດນາມ-ອິດສະຣາແອັນ ພວມພັດທະນາອັນດີງາມໃນຫຼາຍຂົງເຂດ. ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບອິດສະຣາແອັນ. ການຮ່ວມມືໃນຂົງເຂດປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາບັນລຸໄດ້ໝາກຜົນຢ່າງແທດຈິງ ແລະສອງຝ່າຍພວມສືບຕໍ່ຄົ້ນຄວ້າຄວາມສາມາດໃນການຮ່ວມມືໃນຂົງເຂດຕ່າງໆ.

ທີ່ການພົບປະ, ສອງຝ່າຍເຫັນດີເປັນເອກະພາບຮັກສາການຮ່ວມມືໃນບັນດາຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ປະຕິບັດບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ກໍ່ຄືເອກະສານຂໍ້ຕົກລົງໄດ້ລົງນາມສະບັບຕ່າງໆ.

ໂດຍ: ເຈິ່ນຮວ່ຽນ