ໃນບັນຍາກາດອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ, ທ່ານພັນໂທ ວັນທອງ ບຸດສະດາ ໄດ້ສົ່ງຄໍາອວຍພອນປີໃໝ່ເຖິງພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງກວ໋າງບີ່ງ. ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ກອງບັນຊາການທະຫານສອງແຂວງສະຫວັນນະເຂດ ແລະແຂວງກວ໋າງບີ່ງ ສືບຕໍ່ຮັກສາ, ພັດທະນາສາຍພົວພັນອັນໝັ້ນແກ່ນລະຫວ່າງສອງກົມກອງ; ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຄວາມໝັ້ນຄົງດ້ານການເມືອງ, ໂດຍສະເພາະແມ່ນຢູ່ເຂດເສັ້ນຊາຍແດນເປັນປະຈຳ ແລະທັນການ.

leftcenterrightdel
ກອງບັນຊາການທະຫານແຂວງສະຫວັນນະເຂດ ມອບຂອງຂວັນ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງບີ່ງ. ພາບ: ລານແອັງ.

ໂດຍຮັບຮູ້ອາລົມຈິດ, ຄວາມເອົາໃຈໃສ່ຂອງກອງບັນຊາການທະຫານແຂວງສະຫວັນນະເຂດ, ຜູ້ຕາງໜ້າກອງບັນຊາການທະຫານແຂວງກວ໋າງບີ່ງ ໄດ້ສົ່ງຄໍາຂອບໃຈ ແລະເນັ້ນໜັກວ່າ, ໃນຜົນງານລວມຂອງກໍາລັງປະກອບອາວຸດແຂວງກວ໋າງບີ່ງ ມີການປະກອບສ່ວນ, ການສົມທົບຊ່ວຍເຫຼືອຂອງກອງບັນຊາການທະຫານແຂວງສະຫວັນນະເຂດ. ພ້ອມທັງປາດຖະໜາວ່າ ກອງບັນຊາການທະຫານສອງແຂວງສືບຕໍ່ສົມທົບກັນ, ຊ່ວຍເຫຼືອກັນປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດເປັນຢ່າງດີ; ອວຍພອນໃຫ້ພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງສະຫວັນນະເຂດ ມີຫຼາຍກິດຈະກຳທີ່ມີຄວາມໝາຍມຸ່ງໄປເຖິງສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ.

ໂດຍ: ຄໍາແພງ