ດ້ວຍຈິດໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ບັນດາສະມາຊິກໃນຄະນະພະນັກງານ, ພາລະກອນການແພດເມືອງ 8 (ນະຄອນໂຮ່ຈີມິນ) ໄດ້ເສີມຂະຫຍາຍຄວາມຮັບຜິດຊອບ, ຄວາມສຸດອົກສຸດໃຈ, ຄວາມເປັນມິດໃກ້ຊິດສະໜິດສະໜົມ;  ປະຕິບັດການກວດ, ປິ່ນປົວພະຍາດເປັນຢ່າງດີ, ນໍາມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ປະຊາຊົນແຂວງ Kampong Thom.

ໂດຍມີຄວາມສະເທືອນໃຈຕໍ່ນ້ຳໃຈມິດຕະພາບ ແລະການກະທຳອັນສູງສົ່ງຂອງພະນັກງານ, ນັກຮົບກໍາລັງປະກອບອາວຸດເມືອງ 8 ພ້ອມກັບບັນດາສະມາຊິກໃນຄະນະປະຕິບັດງານ, ທ່ານພັນໂທ Thonsi Sakada, ຫົວໜ້າກອງພັນ 1 (ກອງບັນຊາການທະຫານແຂວງ Kampong Thom) ແບ່ງປັນວ່າ: “ພວກຂ້າພະເຈົ້າຍາມໃດກໍ່ເຄົາລົບ, ຈົດຈໍານໍ້າໃຈອັນດີງາມຂອງປະເທດຊາດ, ຊາວຫວຽດນາມ, ເປັນຕົ້ນແມ່ນຄຸນງາມຄວາມດີຂອງທະຫານອາສາສະໝັກ ແລະຊ່ຽວຊານ ຫວຽດນາມ ທີ່ມີຕໍ່ພາລະກິດຟື້ນຟູປະເທດຊາດກໍາປູເຈຍ. ກອງພັນ 1 ແລະພໍ່ແມ່ປະຊາຊົນໃນບໍລິເວນຈະສືບຕໍ່ໂຄສະນາ, ສຶກສາ, ຕັກເຕືອນລູກຫຼານຂອງຕົນຍາມໃດກໍ່ຈົດຈໍາຄວາມຜູກພັນຮັກໄຄ່ຂອງທະຫານຫວຽດນາມ ຕະຫຼອດໄປ, ພ້ອມກັນຮັກສາ ແລະເພີ່ມພູນຄູນສ້າງນໍ້າໃຈຖານບ້ານໃກ້ເຮືອນຄຽງອັນດີງາມນີ້ໄວ້”.

leftcenterrightdel
ຄະນະປະຕິບັດງານເມືອງ 8 (ນະຄອນໂຮ່ຈີມິນ) ກວດພະຍາດໃຫ້ທະຫານກອງພັນ 1, ກອງບັນຊາການທະຫານແຂວງ Kampong Thom (ກອງທັບລາດຊະວົງກໍາປູເຈຍ). ພາບ: qdnd.vn.

ນັ້ນແມ່ນລາຍການໂດຍກອງບັນຊາການທະການເມືອງ 8 ແລະຄະນະກໍາມະການແນວໂຮມປະເທດຊາດເມືອງສົມທົບກັນປະຕິບັດ ເພື່ອແນໃສ່ເພີ່ມທະວີສາຍພົວພັນແຮກສ່ຽວລະຫວ່າງອົງການທະຫານສອງທ້ອງຖິ່ນ. ໂດຍປະຕິບັດຕາມແຜນນະໂຍບາຍຂອງຄະນະພັກທະຫານເຂດ 7 ແລະຄະນະພັກນະຄອນໂຮ່ຈີມິນ ກ່ຽວກັບການເພີ່ມທະວີການຮ່ວມມືກັບປະເທດເພື່ອນມິດກໍາປູເຈຍ, ເລີ່ມແຕ່ເດືອນມັງກອນ 2018 ເປັນຕົ້ນມາ, ກອງບັນຊາການທະຫານເມືອງ 8 ໄດ້ແຮກສ່ຽວກັບກອງພັນ 1 (ກອງບັນຊາການທະຫານແຂວງ Kampong Thom). ນັບແຕ່ນັ້ນມາຮອດປະຈຸບັນ, ນອກຈາກບັນດາການເຄື່ອນໄຫວພົບປະ, ແລກປ່ຽນບົດຮຽນໃນການຝຶກແອບ, ການປະຕິບັດງານແລ້ວ, ກໍາລັງປະກອບອາວຸດເມືອງ 8 ຍັງໄດ້ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາ, ມອບຂອງຂວັນໃຫ້ປະຊາຊົນທຸກຍາກຢູ່ເມືອງ Prasat Balang (ແຂວງ Kampong Thom) ແລະທະຫານຂອງກົມກອງປະເທດເພື່ອນມິດໄດ້  450 ເທື່ອຄົນ ເຊິ່ງຄ່າໃຊ້ຈ່າຍແມ່ນມາຈາກແຫຼ່ງງົບປະມານຂອງທ້ອງຖິ່ນ.

ກໍ່ໃນການປະຕິບັດງານ, ຄະນະພະນັກງານເມືອງ 8 ໄດ້ໄປຖະຫວາຍທູບທຽນຢູ່ອະນຸສາວະລີມິດຕະພາບຫວຽດນາມ-ກໍາປູເຈຍ; ຢ້ຽມຢາມ, ລະດົມກໍາລັງໃຈກອງ K72 (ກອງບັນຊາການທະຫານແຂວງບິ່ງເຟືອກ) ທີ່ພວມປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກໍາປູເຈຍ. ທ່ານພັນໂທ ຫງວຽນແທັ່ງຈູງ, ຫົວໜ້າການທະຫານກອງບັນຊາການທະຫານເມືອງ 8 ໃຫ້ຮູ້ວ່າ: ເພື່ອຍົກສູງປະສິດທິຜົນຂອງການແຮກສ່ຽວ, ກອງບັນຊາການທະຫານເມືອງ 8 ໄດ້ເປັນເສນາທິການໃຫ້ຄະນະພັກເມືອງ, ຄະນະກໍາມະການປະຊາຊົນເມືອງ ເສີມຂະຫຍາຍກໍາລັງແຮງສັງລວມຂອງບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ປະຕິບັດໜ້າທີ່ຊ່ວຍປະເທດເພື່ອນມິດປັບປຸງຄ້າຍທະຫານ, ສົ່ງເສີມສຸຂະພາບ, ໜູນຊ່ວຍປະຊາຊົນ ແລະຢ້ຽມຢາມ, ມອບຂອງຂວັນເຊິ່ງກັນ ແລະກັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອ, ໂອກາດບຸນປີໃໝ່ປະຈໍາຊາດຂອງສອງຊາດ... ບັນດາກິດຈະກໍາຢ່າງແທດຈິງ, ມີຄວາມໝາຍນັ້ນໄດ້ປະກອບສ່ວນເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ກໍາປູເຈຍ.

ໂດຍ: ທະນາພອນ