ກອງບັນຊາການທະຫານແຂວງຈໍາປາສັກ ຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງຫງາຍ
ກປ.ອອນໄລ - ຕອນບ່າຍວັນທີ 14 ມັງກອນ, ຄະນະພະນັກງານກອງບັນຊາການທະຫານແຂວງຈໍາປາສັກ ນຳທ່ານພັນເອກ ບຸນມາກ ວິລະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຈໍາປາສັກ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງຫງາຍ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ.
ໃນບັນຍາກາດເບີກບານມ່ວນຊື່ນ, ສາມັກຄີ, ມິດຕະພາບຕ້ອນຮັບບຸນປີໃໝ່ປະຈໍາຊາດປີຊວດ, ການນໍາສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ກໍ່ຄືໝາກຜົນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດໃນປີ 2019. ພິເສດ, ການນໍາກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຮັບຮູ້ ແລະຕີລາຄາສູງການຊ່ວຍເຫຼືອຂອງປະຊາຊົນແຂວງກວ໋າງຫງາຍ ເວົ້າລວມ ກໍ່ຄືກໍາລັງປະກອບອາວຸດແຂວງກວ໋າງຫງາຍ ເວົ້າສະເພາະໃນການຊ່ວຍເຫຼືອ, ໜູນຊ່ວຍປະຊາຊົນແຂວງຈໍາປາສັກ ພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງ. ຜ່ານນັ້ນຍິ່ງເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງແຂວງກວ໋າງຫງາຍ ກັບແຂວງຈໍາປາສັກ, ລະຫວ່າງທະຫານເຂດ 5 ກັບບັນດາແຂວງພາກໃຕ້ຂອງລາວ ເລິກເຊິ່ງກວ່າອີກ.
|
|
ການນໍາກອງບັນຊາການທະຫານແຂວງຈໍາປາສັກ ມອບຂອງຂວັນ ແລະອວຍພອນບຸນເຕັດກອງບັນຊາການທະຫານແຂວງກວ໋າງຫງາຍ. ພາບ: ແທັ່ງຢຸຍ. |
ຕາງໜ້າຄະນະພະນັກງານກອງບັນຊາການທະຫານແຂວງຈໍາປາສັກ, ທ່ານພັນເອກ ບຸນມາກ ວິລະວົງ ໄດ້ສົ່ງຄໍາອວຍພອນປີໃໝ່ມາຍັງພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງກວ໋າງຫງາຍ ຈົ່ງຢູ່ດີມີແຮງ, ສາມັກຄີ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ.
ທ່ານພັນເອກພິເສດ ຫງວຽນເຕິ໊ນເລິມ ຫົວໜ້າກອງບັນຊາການທະຫານແຂວງກວ໋າງຫງາຍ ປາດຖະໜາວ່າ ໃນໄລຍະຈະມາເຖິງກໍາລັງປະກອບອາວຸດສອງແຂວງ ສືບຕໍ່ເພີ່ມທະວີການຮ່ວມມື, ໜູນຊ່ວຍ, ຊ່ວຍເຫຼືອກັນເພື່ອປະຕິບັດສຳເລັດໜ້າທີ່ການທະຫານ, ການປ້ອງກັນຊາດຂອງສອງແຂວງ; ອວຍພອນໃຫ້ສາຍພົວພັນ ຫວຽດນາມ-ລາວ, ລາວ-ຫວຽດນາມ ພັດທະນາຮອບດ້ານ “ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.
ໂດຍ: ເຈິ່ນຮວ່ຽນ