ທ້າຍເດືອນຕຸລາ 2019, ທ່ານພັນເອກ ເລງອັກເຊີນ, ພະນັກງານສັງກັດກົມຮັກສາສັນຕິພາບຫວຽດນາມ ຈັດຕັ້ງງານລ້ຽງນ້ອຍໆອໍາລາ ເມຍລູກ, ຍາດຕິພີ່ນ້ອງ ແລະໝູ່ເພື່ອນເພື່ອເດີນທາງໄປປະຕິບັດໜ້າທີ່ຢູ່ຊູດັງໃຕ້. ງານລ້ຽງດ້ວຍບັນດາເຍື່ອງອາຫານພື້ນເມືອງຂອງຫວຽດນາມ ໂດຍເອື້ອຍ ເຟືອງມາຍ (ເມຍຂອງອ້າຍເຊີນ) ແຕ່ງເອງ. ກໍາແໜ້ນມືຜົວ, ເອື້ອຍ ເຟືອງມາຍ ແບ່ງປັນດ້ວຍຄວາມສະເທືອນໃຈວ່າ: ປີຊືນ, ເດືອນເມສາ ອ້າຍເຊີນ ກັບເມືອປະເທດ, ຄອບຄົວນ້ອງຈຶ່ງຕ້ອນຮັບບຸນເຕັດ. ບຸນເຕັດປີນີ້ນ້ອງຫວັງວ່າຢູ່ບໍລິເວນທີ່ອ້າຍເຊີນ ປະຕິບັດງານມີອິນເຕີແນັດເພື່ອຮອດຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຄອບຄົວສາມາດຕິດຕໍ່ນໍາກັນໄດ້”. ສ່ວນອ້າຍເຊີນທັງຍິ້ມ, ທັງລະດົມກໍາລັງໃຈເມຍວ່າ: “ເຖິງວ່າຈະລໍາບາກແຕ່ທະຫານ “ໝວກເບເລສີຟ້າ” ຢູ່ຫ່າງໄກຈາກບ້ານເກີດເມືອງນອນກໍ່ຍັງຕ້ອນຮັບບຸນປີໃໝ່ປະຈໍາຊາດດ້ວຍຄວາມອົບອຸ່ນສົມບູນ”.

leftcenterrightdel
ທ່ານພັນເອກ ເລງອັກເຊີນ ພ້ອມກັບເພື່ອນຮ່ວມງານຕ້ອນຮັບບຸນປີໃໝ່ປະຈໍາຊາດຢູ່ນະຄອນຫຼວງ Bangui, ສ.ອາຟະລິກາກາງ, ປີ 2017. ພາບໂດຍທ່ານພັນເອກ ເລງອັກເຊີນ ມອບໃຫ້.

ປີ 2017, ແມ່ນບຸນເຕັດທໍາອິດທີ່ອ້າຍເຊີນ ແລະນາຍທະຫານຫວຽດນາມ 4 ຄົນປະຕິບັດໜ້າທີ່ໃນຄະນະປະຕິບັດງານສະຫະປະຊາຊາດຢູ່ສາທາລະນະລັດອາຟະລິກາກາງ, ນີ້ແມ່ນບຸນເຕັດທີ່ໜ້າຈົດຈໍາທີ່ສຸດຂອງອ້າຍ ແລະເພື່ອນຮ່ວມກົມ​ກອງ. ພວກອ້າຍໄດ້ຮັບປະຕິບັດໜ້າທີ່ຢູ່ຖະໜົນນ້ອຍໆທີ່ນະຄອນຫຼວງ Bangui.  ເອີ້ນວ່າຖະໜົນແຕ່ບໍ່ຕ່າງຫຍັງກັບບ້ານນາຫວຽດນາມ. ທ້າຍເດືອນສິບສອງໄລ່ຕາມຈັນທະປະຕິທິນ, ນະຄອນຫຼວງ Bangui ພວມກ້າວເຂົ້າລະດູແລ້ງ. ຢູ່ຕາມຖະໜົນຫົນທາງ, ຖືກປົກຄຸມດ້ວຍຂີ້ຝຸ່ນສີແດງເມື່ອລົດໂອໂຕໄປຜ່ານ. ຕອນເຊົ້າວັນທີ 30 ບຸນເຕັດ, ພວກອ້າຍໄດ້ແບ່ງກັນມ້ຽນມັດເຮືອນຊານ, ໄປຕະຫຼາດ, ຊື້ເຄື່ອງຂອງເພື່ອກະກຽມແຕ່ງກິນຈັດພາເຂົ້າມື້ເນົາ. ອ້າຍເຊີນ ແບ່ງປັນຄວາມໃນໃຈວ່າ: “ຂ້າພະເຈົ້າໄດ້ຮັບໜ້າທີ່ໄປຕະຫຼາດ, ແຕ່ຕະຫຼາດຢູ່ນະຄອນຫຼວງ Bangui ຂາດຜັກ ແລະໝາກໄມ້ຫຼາຍ. ເລາະຫາທັງຕະຫຼາດ, ໂຊກດີ ຈຶ່ງຊື້ໄດ້ກ້ວຍດິບ 2 ຫວີ, ໝາກນັດ 1 ໝາກ”. ຕາມອ້າຍເຊີນ ແລ້ວ, ຍາກທີ່ສຸດແມ່ນຊອກຫາວັດຖຸດິບ ເພື່ອຫໍ່ເຂົ້າຕົ້ມ. ຊີ້ນໝູຢູ່ນະຄອນຫຼວງ Bangui ແມ່ນສະບຽງອາຫານທີ່ຫາຍາກທີ່ສຸດ, ຈົນວ່າພາຍຫຼັງເກືອບ 9 ເດືອນມາແຫ່ງນີ້, ອ້າຍເຊີນ ຈຶ່ງສາມາດຊື້ໄດ້. ໃບຕອງຈີງກໍ່ຫາຍາກຄືກັນ. ພວກອ້າຍຕ້ອງແບ່ງກັນຊອກຫາ ແລະຄາດວ່າ ຖ້າຫາບໍ່ໄດ້ຈະເອົາໃບກ້ວຍເພື່ອຫໍ່ເຂົ້າຕົ້ມ. ແຕ່ໂຊກດີທີ່ມີຊາວບ້ານຜູ້ໜຶ່ງໄດ້ມອບໃບຕອງຈີງປ່າ 4 ມັດໃຫ້ພວກອ້າຍ.

leftcenterrightdel
ທ່ານພັນເອກ ເລງອັກເຊີນ ພ້ອມກັບພວກນ້ອງນ້ອຍຢູ່ນະຄອນຫຼວງ Bangui, ສ.ອາຟະລິກາກາງ ຫໍ່ເຂົ້າຕົ້ມຕ້ອນຮັບບຸນປີໃໝ່ປະຈໍາຊາດຫວຽດນາມ. ພາບໂດຍທ່ານພັນເອກ ເລງອັກເຊີນ ມອບໃຫ້.

ໃນຜ້າເຕັ໊ນທະຫານ, ບັນດາທະຫານຫວຽດນາມ ພ້ອມກັບພວກນ້ອງນ້ອຍໃນຄຸ້ມຖະໜົນແບ່ງກັນເຊັດ, ພັບ, ຕັດໃບຕອງຈີງ ແລະຫໍ່ເຂົ້າຕົ້ມ. ຂອບເຂົ້າຕົ້ມເຮັດດ້ວຍເຈ້ຍກາກຕົງ. ເຂົ້າຕົ້ມຫວຽດນາມ ໂດຍພວກອ້າຍຫໍ່ ແລະຕົ້ມສໍາເລັດຢູ່ດິນແດນປະເທດເພື່ອນມິດ.

leftcenterrightdel
ທ່ານພັນເອກ ເລງອັກເຊີນ ຕ້ອນຮັບບຸນປີໃໝ່ປະຈໍາຊາດຢູ່ນະຄອນຫຼວງ Bangui, ສ.ອາຟະລິກາກາງ, ປີ 2017. ພາບໂດຍທ່ານພັນເອກ ເລງອັກເຊີນ ມອບໃຫ້.

ຢູ່ນະຄອນຫຼວງ Bangui, ອ້າຍເຊີນ ຮູ້ຈັກຜູ້ຍິງຄົນໜຶ່ງ, ນັ້ນແມ່ນແມ່ເຖົ້າ ລວ໊ຽນ-ສາວຮ່າໂນ້ຍ ທີ່ໄດ້ໄປອາຟະລິກາກາງພ້ອມກັບຜົວໄດ້ກວ່າ 64 ປີແລ້ວ. ຕອນບ່າຍວັນທີ 30 ບຸນເຕັດ, ພວກອ້າຍໄດ້ເຊີນແມ່ເຖົ້າມາເຂົ້າຮ່ວມພາເຂົ້າມື້ເນົາ. ອ້າຍເຊີນ ຍັງຈື່ຈໍາຮູບພາບວັນນັ້ນຢູ່ຕະຫຼອດ, ຕໍ່ໜ້າແທນບູຊາລຸງໂຮ່, ແມ່ເຖົ້າ ລວ໊ຽນ ໃຕ້ທູບ, ນົບມື ແລ້ວພາວະນາໃຫ້ບັນພະບຸລຸດຢູ່ຫວຽດນາມ. ແມ່ເຖົ້າ ລວ໊ຽນ ອວຍພອນໃຫ້ພໍ່ແມ່ປະຊາຊົນຢູ່ບ້ານເກີດເມືອງນອນໄດ້ຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ ແລະຄວາມຜາສຸກ. ແມ່ເຖົ້າເວົ້າດ້ວຍພາສາຫວຽດນາມ ແລະພາສາຝະລັ່ງ: “ຂອບອົກຂອບໃຈບັນດາທະຫານຫວຽດນາມ. ຂ້າພະເຈົ້າເຄີຍຄິດວ່າ, ຈົນຮອດເວລາເຖິງແກ່ມໍລະນະກຳໄປແລ້ວ, ກໍ່ບໍ່ສາມາດໄດ້ເຫັນປະຈັກຕາບັນຍາກາດຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ອີກ...”.

ໂດຍ: ທະນາພອນ