ນີ້ແມ່ນກອງປະຊຸມເປີດເຜີຍຂອງສະພາຄວາມໝັ້ນຄົງ ສປຊ ຄັ້ງທຳອິດໂດຍຫວຽດນາມ ເປັນເຈົ້າພາບໃນຖານະຕໍາແໜ່ງເປັນປະທານໝູນວຽນ. ທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ປະທານສະພາຄວາມໝັ້ນຄົງສະຫະປະຊາຊາດເດືອນມັງກອນ 2020 ໄດ້ມີບົດປະກອບຄໍາເຫັນດ້ວຍຖານະເປັນຜູ້ຕາງໜ້າຂອງປະເທດ, ຕີລາຄາສູງຜົນແຫ່ງການປະຕິບັດວຽກງານຂອງ UNOWAS ໃນໄລຍະຜ່ານມາ ແລະສະໜັບສະໜູນບັນດາຄວາມມານະພະຍາຍາມ, ຂໍ້ລິເລີ່ມຂອງອົງການນີ້.

leftcenterrightdel
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. ພາບ:ສໍານັກຂ່າວສານຫວຽດນາມ.

ຕໍ່ໜ້າສະພາບການຄວາມໝັ້ນຄົງໃນພາກພື້ນທີ່ກຳລັງມີທ່າອ່ຽງຮ້າຍແຮງລົງນັ້ນ, ຫວຽດນາມ ສະເໜີໃຫ້ບັນດາປະເທດ ແລະອົງການຈັດຕັ້ງຢູ່ພາກພື້ນ ຄືກຸ່ມ G5 Sahel, ພະຍາຍາມສືບຕໍ່ຮ່ວມມືກັນຕ້ານການກໍ່ການຮ້າຍ ແລະອາດຊະຍາກຳທີ່ມີການຈັດຕັ້ງ; ພ້ອມທັງຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພັດທະນາ, ແກ້ໄຂສາຍເຫດຕົ້ນຕໍຂອງການຂາດສະຖຽນລະພາບ, ລວມມີທັງບັນດາຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດຕໍ່ສະພາບຄວາມໝັ້ນຄົງຢູ່ພາກພື້ນ.

ໂດຍ: ທະນາພອນ