ADSOM WG ແລະ ADSOM-Plus WG ແມ່ນບັນດາກອງປະຊຸມການທະຫານ-ການປ້ອງກັນຊາດທໍາອິດໃນປີຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020. ບັນດາກອງປະຊຸມນີ້ຈະຈັດຕັ້ງຢູ່ນະຄອນດ່ານັ້ງ ໃນລະຫວ່າງວັນທີ 9-11 ມັງກອນ 2020. ວຽກງານກະກຽມໃຫ້ແກ່ເຫດການທີ່ມີລັກສະນະເປີດສາກນີ້ໂດຍກົມພົວພັນຕ່າງປະເທດ-ອົງການປະຈໍາການຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບອາຊຽນ 2020 ພ້ອມກັບບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດດໍາເນີນຢ່າງຕັ້ງໜ້າ, ຮອບຄອບຖີ່ຖ້ວນ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍກັບຄະນະຜູ້ແທນສິງກະໂປ ທີ່ເຂົ້າຮ່ວມກອງປະຊຸມ ADSOM WG ແລະ ADSOM-Plus WG. ພາບ: qdnd.vn.

ເຂົ້າຮ່ວມ ADSOM WG ແລະ ADSOM-Plus WG ມີຜູ້ແທນແມ່ນເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດຂອງບັນດາອົງການກໍານົດນະໂຍບາຍປ້ອງກັນຊາດສັງກັດກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມືຂອງອາຊຽນ. ບັນດາກອງປະຊຸມຄັ້ງນີ້ມີໜ້າທີ່ກະກຽມເນື້ອໃນໃຫ້ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ຄັ້ງທີ 14 ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນເປີດກວ້າງ (ADMM+) ຄັ້ງທີ 7. ຍ້ອນເຫດນັ້ນ, ຜົນສໍາເລັດຂອງ ADSOM WG ແລະ ADSOM-Plus WG ຈະແມ່ນປະຖົມປັດໄຈສໍາຄັນປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີປະທານອາຊຽນ 2020, ພ້ອມທັງຢັ້ງຢືນບົດບາດ, ຖານະທີ່ຕັ້ງຂອງກອງທັບປະຊາຊົນຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ.

ໂດຍ: ທະນາພອນ