ກໍາລັງລາດຕະເວນຂອງທະຫານເຮືອຫວຽດນາມ ມີກອງເຮືອ 266, 267, ກອງພົນນ້ອຍ 170, ທະຫານເຮືອເຂດ 1 ໂດຍທ່ານພັນເອກ ຮວ່າງຈູງຢຸງ, ຮອງຫົວໜ້າເສນາທິການ ເຂດ 1 ບັນຊາ. ທະຫານເຮືອຈີນ ລວມມີກອງເຮືອ 520, 625 ໂດຍທ່ານພັນເອກ Zhao Yanwu, ສັງກັດຖານທີ່ໝັ້ນທະຫານເຮືອ Guang Zhou, ກອງບັນຊາການເຂດທີ່ໝັ້ນພາກໃຕ້ບັນຊາ.

leftcenterrightdel
 ທ່ານພັນເອກ ຮວ່າງຈູງຢຸງ ຜູ້ບັນຊາການກໍາປັ່ນ 266. ພາບ: qdnd.vn.
leftcenterrightdel
ກໍາປັ່ນ 267 ໃນຖັນແຖວລາດຕະເວນປະສົມ. ພາບ: qdnd.vn.

ໃນວິວັດການລາດຕະເວນປະສົມ, ສອງຝ່າຍດໍາເນີນການຝຶກແອບຊອກຫາກູ້ໄພກູ້ຊີບ. ກໍລະນີສົມມຸດແມ່ນມີເຮືອຫາປາຫວຽດນາມ ລຳໜຶ່ງ ແລະເຮືອຫາປາຈີນ ລຳໜຶ່ງ ປະສົບເຄາະຮ້າຍໃນເຂດຫາປາລວມຢູ່ອ່າວພາກເໜືອສົ່ງສັນຍານສຸກເສີນ. ກໍາປັ່ນລາດຕະເວນປະສົມສອງຝ່າຍໄດ້ຮັບຄໍາສັ່ງສ້າງຕັ້ງກໍາລັງຊອກຫາກູ້ໄພກູ້ຊີບ. ພາຍຫຼັງຈັດຕັ້ງການຊອກຫາ, ກໍາລັງກູ້ໄພກູ້ຊີບໄດ້ສຳຜັດກັບເປົ້າໝາຍ, ສອງຝ່າຍດໍາເນີນການມອບ-ຮັບເປົ້າໝາຍ. ໃນຕອນຄໍ່າ, ກໍາລັງລາດຕະເວນສອງປະເທດໄດ້ຈັດຕັ້ງການຝຶກແອບລວມສົ່ງສັນຍານດ້ວຍແສງດອກໄຟ.

leftcenterrightdel
ສົ່ງສັນຍານກ່າວແຈ້ງມີຜູ້ປະສົບເຄາະຮ້າຍ. ພາບ: qdnd.vn.
leftcenterrightdel
 ກອງເຮືອ 520, 625 ຂອງທະຫານເຮືອຈີນ ເຂົ້າຮ່ວມການລາດຕະເວນ. ພາບ: qdnd.vn.

ເຖິງວ່າອາກາດບໍ່ດີ, ທະເລມີຟອງໃຫຍ່ລົມແຮງແຕ່ກໍາລັງລາດຕະເວນຂອງທະຫານເຮືອສອງປະເທດໄດ້ມານະພະຍາຍາມປະຕິບັດຖືກຕາມແຜນການ, ບັນລຸໄດ້ຈຸດປະສົງ, ຄວາມຮຽກຮ້ອງທີ່ໄດ້ວາງອອກ. ເລື່ອງຈັດຕັ້ງການລາດຕະເວນປະສົມແນໃສ່ສືບຕໍ່ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລຕິດກັບສອງປະເທດເຊິ່ງໄດ້ຮັບການຂີດກໍານົດແລ້ວ; ຊຸກຍູ້ການປະຕິບັດສັນຍາຮ່ວມມືອາຊີບຫາປາ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມເປັນປົກກະຕິໃຫ້ບັນດາການເຄື່ອນໄຫວຜະລິດຂອງປະຊາຊົນສອງປະເທດຢູ່ເຂດທະເລອ່າວພາກເໜືອ.

ໂດຍ: ເຈິ່ນຮວ່ຽນ