ທ່ານພົນໂທ ຟານວັນຢາງ ແລະທ່ານ Liew Chin Tong ຕີລາຄາວ່າ, ການພົວພັນດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ-ມາເລເຊຍ ໃນໄລຍະຜ່ານມາໄດ້ຮັບການພັດທະນາຢ່າງຕັ້ງໜ້າໃນບັນດາຂົງເຂດ, ຄື: ບໍາລຸງສ້າງ, ການຮ່ວມມືືທະຫານເຮືອ, ການປະສານສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ... ເນັ້ນໜັກວ່າການພົວພັນດ້ານປ້ອງກັນຊາດສອງຝ່າຍມີເງື່ອນໄຂຫຼາຍຢ່າງເພື່ອພັດທະນາຢ່າງແຮງກວ່າ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ມາເລເຊຍ, ສອງຝ່າຍເຫັນດີເປັນເອກະພາບຄວນສ້າງກົນໄກຄະນະກໍາມະການຂັ້ນສູງກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໂດຍລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານ ເປັນປະທານຮ່ວມກໍຄືລົງນາມໃນບົດບັນທຶນຊ່ວຍຈໍາໃໝ່ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະທີ່ສອດຄ່ອງ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ຕ້ອນຮັບທ່ານ Liew Chin Tong. ພາບ: ຮວ່າງຫວູ.

ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນຂອງກະຊວງປ້ອງກັນປະເທດມາເລເຊຍ ເມື່ອຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ ປີ 2020. ສ່ວນທ່ານ Liew Chin Tong ຖືວ່າ, ໃນປີ 2020 ເມື່ອ ມາເລເຊຍ ເປັນປະເທດເຈົ້າພາບເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ຫວຽດນາມ ເປັນປະທານອາຊຽນ ແລະຄະນະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ, ມີຫຼາຍເນື້ອໃນເພື່ອໃຫ້ສອງປະເທດສາມາດສົມທົບກັນຢ່າງແໜ້ນແຟ້ນນໍາກັນ.

ໂດຍ: ເກື່ອງດັ້ງ