ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບຖືວ່າ ໃນປີ 2019, ການເຄື່ອນໄຫວຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ສໍາເລັດຕາມແຜນການຄົ້ນຄວ້າວິທະຍາສາດໂດຍຄະນະກຳມະການປະສານງານລະຫວ່າງລັດຖະບານ ໃຫ້ສັດຕະຍາບັນ ແລະບັນດາໜ້າທີ່ວິທະຍາສາດເຕັກໂນໂລຢີ-ສິ່ງແວດລ້ອມຂອງຝ່າຍຫວຽດນາມ. ສູນເຂດຮ້ອນ ຫວຽດນາມ-ລັດເຊຍ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຖືກຕາມເນື້ອໃນຈິດໃຈຂອງອະນຸສັນຍາສະບັບປັບປຸງ, ເພີ່ມເຕີ່ມສັນຍາວ່າດ້ວຍສູນເຂດຮ້ອນ ຫວຽດນາມ-ລັດເຊຍ ທີ່ໄດ້ລົງນາມໃນປີ 2018; ກໍ່ສ້າງ, ສະເໜີໜ້າທີ່ວິທະຍາສາດ-ເຕັກໂນໂລຢີໃກ້ຊິດຕິດແທດກັບການກຳນົດທິດພັດທະນາວິທະຍາສາດ-ເຕັກໂນໂລຢີຂອງກະຊວງປ້ອງກັນປະເທດ ແລະລັດ, ຕິດພັນກັບຄວາມຮຽກຮ້ອງຕ້ອງການຕົວຈິງກ່ຽວກັບການຮັບໃຊ້ການທະຫານ-ການປ້ອງກັນຊາດ, ການພັດທະນາເສດຖະກິດ ແລະການປົກປັກຮັກສາສິ່ງແວດລ້ອມຊີວະພາບ. ບັນດາຜູ້ແທນໄດ້ຕີລາຄາສູງບັນດາໝາກຜົນ ເຊິ່ງສູນເຂດຮ້ອນຫວຽດນາມ- ລັດເຊຍ ບັນລຸໄດ້ໃນປີ 2019, ໃນນັ້ນຈຳນວນບົດຂຽນວິທະຍາສາດທີ່ລົງພິມໃນບັນດາວາລະສານສາກົນທີ່ມີອິດທິພົນຊື່ສຽງໄດ້ເພີ່ມຂຶ້ນຫຼາຍເມື່ອທຽບໃສ່ກັບຊຸມປີກ່ອນ...

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະທ່ານ Aleksey Mikhailovich Medvedev ເຊັນບົດບັນທຶກກອງປະຊຸມ ຄັ້ງທີ 30 ຄະນະກຳມະການປະສານງານລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນຫວຽດນາມ - ລັດເຊຍ. ພາບ: qdnd.vn.

ບັນດາຜູ້ແທນໄດ້ຮັບຮອງເອົາແຜນການຄົ້ນຄວ້າວິທະຍາສາດຂອງສູນເຂດຮ້ອນ ຫວຽດນາມ-ລັດເຊຍ ໃນປີ 2020, ສະເໜີສູນເຂດຮ້ອນສືບຕໍ່ຍູ້ແຮງການໝູນໃຊ້ບັນດາຜົນການຄົ້ນຄວ້າເຂົ້າໃນພຶດຕິກຳຕົວຈິງ ແລະຝ່າຍລັດເຊຍ ເພີ່ມທະວີວຽກງານຖ່າຍທອດເຕັກໂນໂລຢີ... ສອງຝ່າຍເຫັນດິີເປັນເອກະສັນນຳກັນວ່າ ກອງປະຊຸມຄັ້ງທີ 31 ຄະນະກຳມະການປະສານງານລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນ ຫວຽດນາມ-ລັດເຊຍ ຈະໄດ້ຈັດຕັ້ງຢູ່ລັດເຊຍ ໃນປີ 2020; ລົງນາມໃນບົດບັນທຶກປະຊຸມ ຄັ້ງທີ 30 ແລະກົດລະບຽບວ່າດ້ວຍສູນຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຢີເຂດຮ້ອນປະສົມ ຫວຽດນາມ-ລັດເຊຍ.

ໂດຍ: ສົມເພັດ