ທີ່ການຝຶກແອບ, ບັນດາພະນັກງານ, ນັກຮົບສັງກັດກໍາປັ່ນຕໍາຫຼວດທະເລໝາຍເລກ 8002 ຂອງຫວຽດນາມ ໄດ້ສົມທົບກັບພະນັກງານ, ພາລະກອນກໍາປັ່ນດັບເພີງ Hiryu ຂອງກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ຝຶກແອບກໍລະນີກູ້ເອົາກໍາປັ່ນປະສົບໄພຢູ່ທະເລ. ກໍາປັ່ນດັບເພີງ Hiryu ບັນທຸກນໍ້າໜັກກວ່າ 280 ໂຕນ, ມີ 7 ທໍ່ນໍ້າດັບເພີງທີ່ສາມາດພົ່ນນໍ້າເຖິງ 150 ແມັດ. ພະນັກງານ, ນັກຮົບຕໍາຫຼວດທະເລຫວຽດນາມ ແລະພະນັກງານ, ພາລະກອນກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ໄດ້ສຸມໃສ່ໄຈ້ແຍກ, ແກ້ໄຂກໍລະນີສົມມຸດຖານແມ່ນກູ້ເອົາກໍາປັ່ນປະສົບໄພຢູ່ທະເລ, ໃນເງື່ອນໄຂອາກາດບໍ່ດີ, ທະເລມີຟອງໃຫຍ່ລົມແຮງຍ້ອນພາຍຸ.

leftcenterrightdel
ກໍາລັງຕໍາຫຼວດທະເລຫວຽດນາມ ສັງເກດບັນດາພາລະກອນກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ປະຕິບັດການກູ້ເອົາກໍາປັ່ນປະສົບໄພຢູ່ທະເລ. ພາບ: ລິງແອວງ.

ຢູ່ຍີ່ປຸ່ນ ແລະຫວຽດນາມ, ກໍາລັງປະຕິບັດກົດໝາຍບົນທະເລ ມີບົດບາດສໍາຄັນໃນການຊອກຫາກູ້ໄພກູ້ຊີບ, ໜູນຊ່ວຍຊາວປະມົງ. ເລື່ອງກໍາລັງຕໍາຫຼວດທະເລຫວຽດນາມ ຄົ້ນຄວ້າ, ຝຶກແອບບັນດາແຜນງານກູ້ໄພກູ້ຊີບໃໝ່ ຈະຊ່ວຍໜູນຊ່ວຍຊາວປະມົງໃນການເຄື່ອນໄຫວບົນທະເລ. ຄຽງຂ້າງນັ້ນ, ບັນດາການເຄື່ອນໄຫວຝຶກແອບລວມນີ້ຈະປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ຄວາມສາມັກຄີລະຫວ່າງກໍາລັງປະຕິບັດກົດໝາຍບົນທະເລຂອງຫວຽດນາມ ແລະຍີ່ປຸ່ນ; ໜູນຊ່ວຍຍົກສູງກໍາລັງຄວາມສາມາດຮັກສາກົດໝາຍ, ຊອກຫາກູ້ໄພກູ້ຊີບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ.

ໂດຍ: ຄໍາແພງ