ທີ່ການເຈລະຈາ, ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະທ່ານພົນໂທ A.V.Fomin ຖືວ່າ ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍດ້ານ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດສວມບົດບາດສຳຄັນ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະການພົວພັນດ້ານປ້ອງກັນຊາດຫວຽດນາມ-ສະຫະພັນລັດເຊຍ. ສ່ວນທ່ານພົນໂທ A.V.Fomin ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດເພື່ອນມິດທີ່ເປັນມູນເຊື້ອມາແຕ່ເຫິງນານ ແລະແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງສະຫະພັນລັດເຊຍ.

leftcenterrightdel
ບັນຍາກາດທີ່ການເຈລະຈາຍຸດທະສາດດ້ານປ້ອງກັນຊາດຫວຽດນາມ-ສະຫະພັນລັດເຊຍ ຄັ້ງທີ 5. ພາບ: qdnd.vn.

ສອງຝ່າຍກໍ່ເຫັນດີເປັນເອກະພາບຖືວ່າ ການເຈລະຈາຍຸດທະສາດດ້ານປ້ອງກັນຊາດແມ່ນກົນໄກຮ່ວມມືສຳຄັນ, ມີປະສິດທິຜົນ; ພ້ອມທັງແລກປ່ຽນ, ເຫັນດີເປັນເອກະພາບບັນດາມາດຕະການ ເພື່ອສືບຕໍ່ຊຸກຍູ້ການພົວພັນດ້ານປ້ອງກັນຊາດໃຫ້ນັບມື້ນັບເຂົ້າສູ່ເນື້ອແທ້, ມີປະສິດທິຜົນໃນໄລຍະຈະມາເຖິງໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ, ໃນນັ້ນມີການຮ່ວມມືຄົ້ນຄວ້າວິທະຍາສາດໃນຂອບເຂດສູນເຂດຮ້ອນຫວຽດນາມ-ລັດເຊຍ. ສອງຝ່າຍກໍ່ເຫັນດີເປັນເອກະພາບສະໜັບສະໜູນ, ສົມທົບກັນຢ່າງແໜ້ນແຟ້ນເມື່ອຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ 2020 ແລະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021. ທ່ານພົນໂທ A.V.Fomin ສະແດງຄວາມປາດຖະໜາວ່າ ດ້ວຍບົດບາດແມ່ນປະທານໝູນວຽນຂອງອາຊຽນ, ຫວຽດນາມ ຈະສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ສະຫະພັນລັດເຊຍ ເຂົ້າຮ່ວມບັນດາກົນໄກກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+) ໃຫ້ນັບມື້ນັບມີປະສິດທິຜົນ.   ທ່ານພົນໂທ A.V.Fomin ຢັ້ງຢືນວ່າ ກະຊວງປ້ອງກັນປະເທດສະຫະພັນລັດເຊຍ ສະໜັບສະໜູນ ແລະຈະຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວດ້ານການທະຫານ, ການປ້ອງກັນຊາດໂດຍກະຊວງປ້ອງກັນປະເທດຫວຽດນາມ ເປັນເຈົ້າພາບໃນປີ 2020.

ທີ່ການເຈລະຈາ, ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະທ່ານພົນໂທ A.V.Fomin ກໍ່ໄດ້ແລກປ່ຽນ, ແບ່ງປັນທັດສະນະກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍກໍ່ຍົກສູງເລື່ອງຮັບປະກັນສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງໃນພາກພື້ນ, ຢັ້ງຢືນທັດສະນະທີ່ວ່າບັນດາການແກ່ງແຍ້ງຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

ໂດຍ: ສົມເພັດ