ເຂົ້າຮ່ວມພິທີຕ້ອນຮັບມີທ່ານພົນຕີ ຫງວຽນເຕິນເກືອງ, ຮອງຫົວໜ້າກົມໃຫຍ່ເສນາທິການ; ການນໍາກົມຮັກສາສັນຕິພາບຫວຽດນາມ, ບັນດາອົງການສັງກັດກະຊວງປ້ອງກັນປະເທດ, ກອງບັນຊາການທະຫານເຂດ 7, ກອງບັນຊາການກອງພົນໃຫຍ່ 4, ໂຮງໝໍເສນາຮັກ 175, ບັນດາຜູ້ແທນສາກົນພ້ອມດ້ວຍຍາດຕິພີ່ນ້ອງ, ຄອບຄົວພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 1.

leftcenterrightdel
ການນໍາກົມໃຫຍ່ເສນາທິການພ້ອມກັບບັນດາຜູ້ແທນຕ້ອນຮັບພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຢູ່ສະໜາມບິນສາກົນເຕິນເຊີນເຍິ໊ດ. ພາບ: qdnd.vn.

ໃນຄັ້ງນີ້, ມີພະນັກງານ, ພາລະກອນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຈໍານວນ 32 ຄົນກັບຄືນປະເທດພາຍຫຼັງປະຕິບັດສໍາເລັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດທີ່ຊູດັງໃຕ້. ດ້ວຍຈິດໃຈມານະພະຍາຍາມ, ມີຄວາມຮັບຜິດຊອບສູງ ແລະຖອດຖອນບົດຮຽນຢ່າງບໍ່ຢຸດຢັ້ງ, ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສໍາເລັດບັນດາໜ້າທີ່ເປັນຢ່າງດີ. ຜົນການເຄື່ອນໄຫວຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ໄດ້ຮັບການຕີລາຄາສູງ ແລະຮັບຫຼຽນກາ ເພື່ອພາລະກິດຮັກສາສັນຕິພາບສະຫະປະຊາຊາດຈາກສະຫະປະຊາຊາດ.

leftcenterrightdel
ທ່ານພົນຕີ ຫງວຽນເຕິນເກືອງ, ຮອງຫົວໜ້າກົມໃຫຍ່ເສນາທິການມອບດອກໄມ້ອວຍພອນພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 1 ທີ່ໄດ້ປະຕິບັດສໍາເລັດໜ້າທີ່ກັບຄືນປະເທດ. ພາບ: qdnd.vn.
leftcenterrightdel
ການນໍາກົມໃຫຍ່ເສນາທິການພ້ອມກັບບັນດາຜູ້ແທນ, ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 1 ທີ່ພິທີຕ້ອນຮັບ. ພາບ: qdnd.vn.


ທ່ານພົນຕີ ຫງວຽນເຕິນເກືອງ ພ້ອມກັບບັນດາຜູ້ແທນໄດ້ລະດົມກໍາລັງໃຈ ແລະມອບດອກໄມ້ໃຫ້ພະນັກງານ, ພາລະກອນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ແຕ່ລະຄົນ. ທ່ານຮອງຫົວໜ້າກົມໃຫຍ່ເສນາທິການໄດ້ສະແດງຄວາມເບີກບານມ່ວນຊື່ນຕໍ່ບັນດາຜົນງານພົ້ນເດັ່ນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດທີ່ຊູດັງໃຕ້, ປະກອບສ່ວນຍົກສູງການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດ ແລະການທູດຂອງປະເທດ, ຢັ້ງຢືນອິດທິພົນຊື່ສຽງ, ຄວາມຮັບຜິດຊອບຂອງຫວຽດນາມ ໃນການເຂົ້າຮ່ວມຮັກສາສັນຕິພາບຂອງສະຫະປະຊາຊາດ ກໍ່ຄືບັນດາໜ້າທີ່ສາກົນ.

ໂດຍ: ທະນາພອນ