ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການພົວພັນດ້ານປ້ອງກັນຊາດສອງຝ່າຍພັດທະນາຢ່າງຕັ້ງໜ້າໃນຂົງເຂດຕ່າງໆຢ່າງບໍ່ຢຸດຢັ້ງ. ພ້ອມທັງຕີລາຄາສູງການປະກອບສ່ວນຂອງທ່ານນາງພັນເອກ Nerolie McDonald ໃນອາຍຸການຜ່ານມາເຂົ້າໃນການຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍ, ຜ່ານນັ້ນປະກອບສ່ວນພັດທະນາການພົວພັນລະຫວ່າງສອງປະເທດ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຫວັງວ່າເຖິງວ່າຈະຢູ່ໃນຖານະຕໍາແໜ່ງໃດ, ທ່ານນາງພັນເອກ Nerolie McDonald ກໍ່ຈະສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານນາງພັນເອກ Nerolie McDonald. ພາບ: ຮວ່າງຫວູ.

ສ່ວນທ່ານນາງພັນເອກ Nerolie McDonald ຢັ້ງຢືນວ່າການພົວພັນດ້ານປ້ອງກັນຊາດອົດສະຕາລີ-ຫວຽດນາມ ນັບມື້ນັບພັດທະນາຢ່າງແຮງ, ເປັນຕົ້ນແມ່ນໃນບັນດາຂົງເຂດກໍ່ສ້າງ, ຮັກສາສັນຕິພາບສະຫະປະຊາຊາດ. ພ້ອມທັງຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ໄດ້ສ້າງເງື່ອນໄຂເພື່ອທ່ານນາງປະຕິບັດສຳເລັດໜ້າທີ່ໃນຖານະຕໍາແໜ່ງທີ່ປຶກສາທູດປ້ອງກັນຊາດອົດສະຕາລີ. ທ່ານນາງພັນເອກ Nerolie McDonald ອວຍພອນໃຫ້ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນໃນປີ 2020 ແລະສະແດງຄວາມເຊື່ອໝັ້ນວ່າຫວຽດນາມ ຈະປະຕິບັດສໍາເລັດໜ້າທີ່ນີ້ເປັນຢ່າງດີ.

ໂດຍ: ເຈິ່ນຮວ່ຽນ