ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ການຢ້ຽມຢາມໄດ້ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ສົມເປັນເສົາຄໍ້າໃນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ ເຊິ່ງການນໍາຂັ້ນສູງສອງປະເທດໄດ້ກຳນົດໄວ້. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວຂອງທ່ານພົນໂທ ຟານວັນຢາງ ຢູ່ ສ.ອິນເດຍ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ກວດແຖວກຽດຕິຍົດທີ່ພິທີຕ້ອນຮັບຢ່າງເປັນທາງການຢູ່ສໍານັກງານກະຊວງປ້ອງກັນປະເທດອິນເດຍ ໂດຍທ່ານພົນເອກ Bipin Rawat ເປັນປະທານ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະທ່ານພົນເອກ Bipin Rawat ທີ່ການພົບປະວົງແຄບ ແລະການພົບປະເຈລະຈາ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະທ່ານ Rajnath Singh ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ ເປັນສັກຂີພິຍານພິທີລົງນາມໃນສັນຍາຮ່ວມມືລະຫວ່າງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ ແລະສູນຄົ້ນຄວ້າສົງຄາມທະຫານບົກອິນເດຍ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຟານວັນຢາງ ບັນທຶກຄວາມຮູ້ສຶກທີ່ອະນຸສາວະລີສົງຄາມແຫ່ງຊາດອິນເດຍ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຟານວັນຢາງ ຢ້ຽມຢາມໂຮງຮຽນກໍ່ສ້າງນາຍທະຫານບົກອິນເດຍ. ພາບ: qdnd.vn.
leftcenterrightdel
 
leftcenterrightdel
ທ່ານພົນໂທ ຟານວັນຢາງ ຢ້ຽມຢາມກໍາປັ່ນສູ້ຮົບ F45 ຂອງກອງບັນຊາການທະຫານເຮືອພາກຕາເວັນຕົກອິນເດຍ. ພາບ: qdnd.vn.

ໂດຍ: ທະນາພອນ