leftcenterrightdel
 ບັນຍາກາດທີ່ຕ້ອນຮັບ. ພາບ: qdnd.vn.

ທ່ານພົນຈັດຕະວາ ຟ້າມວັນຮ໊ວນ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະ, ພິເສດແມ່ນກົງກັບເວລາທີ່ສອງປະເທດຫາກໍ່ສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ. ທ່ານພົນຈັດຕະວາ ຟ້າມວັນຮ໊ວນ ເນັ້ນໜັກວ່າ, ໃນຕະຫຼອດ 70 ປີຜ່ານມາ  ສາຍພົວພັນແບບພິເສດລະຫວ່າງສອງປະເທດມີການປະກອບສ່ວນຂອງກໍາລັງສື່ມວນຊົນສອງປະເທດ. ໜັງສືພິມກອງທັບປະຊາຊົນຫວຽດນາມ ມີການພົວພັນສະໜິດສະໜົມກັບສື່ມວນຊົນລາວ, ພິເສດແມ່ນໜັງສືພິມກອງທັບປະຊາຊົນລາວ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໊ວນ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນ. ພາບ: qdnd.vn.
leftcenterrightdel
ທ່ານ ທອງວັນ ບຸນບົວທອງ, ຮອງຜູ້ອຳນວຍການໃຫຍ່ສະຖານີໂທລະພາບແຫ່ງຊາດລາວ, ຫົວໜ້າຄະນະພະນັກງານການນໍາ, ຄຸ້ມຄອງສື່ມວນຊົນລາວ ກ່າວຄໍາເຫັນ. ພາບ: qdnd.vn.

ທ່ານພົນຈັດຕະວາ ຟ້າມວັນຮ໊ວນ ໄດ້ແນະນໍາກ່ຽວກັບວິວັດແຫ່ງການສ້າງຕັ້ງ ແລະພັດທະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ໜັງສືພິມກອງທັບປະຊາຊົນຫວຽດນາມ ເປັນກຽດທີ່ເປັນໜັງສືພິມໂດຍປະທານ ໂຮ່ຈີມິນ ຕັ້ງຊື່ໃຫ້, ແຕ່ນັບນັ້ນມາຮອດປະຈຸບັນໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ພັດທະນາຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ. ທ່ານພົນຈັດຕະວາ ຟ້າມວັນຮ໊ວນ ໄດ້ແນະນໍາບາງຂີດໝາຍໃນປະຫວັດສາດ 69 ປີແຫ່ງວັນສ້າງຕັ້ງ ແລະພັດທະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ພິເສດ, ໃນບັ້ນຮົບ ດ້ຽນບຽນຝູ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ມີສື່ສິ່ງພິມທີ່ພິມຈຳໜ່າຍຢູ່ສະໜາມຮົບ, ບໍ່ພຽງແຕ່ສ່ອງແສງການເຄື່ອນໄຫວ, ຕໍ່ສູ້ຂອງປະຊາຊົນ,  ກອງທັບປະຊາຊົນຫວຽດນາມເທົ່ານັ້ນ ຫາກຍັງສ່ອງແສງເຖິງການເຄື່ອນໄຫວຂອງສາມປະເທດອິນດູຈີນ ອີກດ້ວຍ. ຕໍ່ຈາກນັ້ນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບສື່ມວນຊົນລາວ ເພື່ອໂຄສະນາກ່ຽວກັບສອງປະເທດ. ໃນຊຸມປີຜ່ານມາ, ໜັງສືພິມກອງທັບ ປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານພົວພັນຕ່າງປະເທດ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ເປັນຕົ້ນແມ່ນສາຍພົວພັນຂອງສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ.

leftcenterrightdel
ຄະນະພະນັກງານການນໍາ, ຄຸ້ມຄອງສື່ມວນຊົນລາວ ຖ່າຍຮູບເປັນທີ່ລະນຶກການນໍາ, ພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.

ຄະນະພະນັກງານການນໍາ, ຄຸ້ມຄອງສື່ມວນຊົນລາວ ແລະໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ແລກປ່ຽນບົດຮຽນກ່ຽວກັບວິຊາການສື່ມວນຊົນ, ພິເສດແມ່ນວຽກງານໂຄສະນາໃນຍຸກສະໄໝພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານຢ່າງແຮງໃນໄລຍະປະຈຸບັນ.

ໂດຍ: ເຈິ່ນຮວ່ຽນ