leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ປະດັບຫຼຽນໄຊດາວຄຳໃຫ້ແກ່ກອງທັບປະຊາຊົນລາວ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ, ເລື່ອງປະດັບຫຼຽນໄຊອັນສູງສົ່ງຂອງລັດຖະບານ ສສ. ຫວຽດນາມ ໃຫ້ແກ່ບັນດາໝູ່ຄະນະ, ບຸກຄົນຂອງກອງທັບປະຊາຊົນລາວ ແມ່ນການຮັບຮູ້ຕໍ່ການປະກອບສ່ວນສໍາຄັນຂອງກອງທັບປະຊາຊົນລາວ ໃນການສ້າງສາ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ປະດັບຫຼຽນໄຊອັນສູງສົ່ງຂອງລັດຖະບານ ສສ. ຫວຽດນາມ ໃຫ້ແກ່ໝູ່ຄະນະຂອງກອງທັບປະຊາຊົນລາວ. ພາບ: qdnd.vn.

ຕີລາຄາສູງຕໍ່ເລື່ອງພັກ, ລັດ ສສ. ຫວຽດນາມ ຍ້ອງຍໍຊົມເຊີຍກອງທັບປະຊາຊົນລາວ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຢັ້ງຢືນວ່າ, ນີ້ແມ່ນຄວາມເອກອ້າງທະນົງໃຈ ແລະຄວາມເປັນກຽດອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ແລະບັນດາກົມກອງລວມໝູ່, ບຸກຄົນທີ່ໄດ້ຮັບຫຼຽນໄຊເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ, ພ້ອມທັງຖືວ່າສິ່ງດັ່ງກ່າວນີ້ໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີ ແລະຮັດແໜ້ນສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບລາວ-ຫວຽດນາມ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຖ່າຍຮູບກັບບັນດາບຸກຄົນຂອງກອງທັບປະຊາຊົນລາວ ທີ່ໄດ້ຮັບຫຼຽນໄຊເອກະລາດ ຊັ້ນ I ຂອງລັດຖະບານ ສສ. ຫວຽດນາມ ທີ່ພິທີ. ພາບ: qdnd.vn.
leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຖ່າຍຮູບກັບໝູ່ຄະນະຂອງກອງທັບປະຊາຊົນລາວ ພາຍຫຼັງມອບຂໍ້ຕົກລົງວ່າດ້ວຍການປະດັບຫຼຽນໄຊຂອງລັດຖະບານ ສສ. ຫວຽດນາມ ທີ່ພິທີ. ພາບ: qdnd.vn.
leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບເງິນຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ແກ່ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເພື່ອຊ່ວຍເຫຼືອປະຊາຊົນຢູ່ພາກກາງ ແລະພາກໃຕ້ຂອງລາວ ທີ່ຖືກຜົນ ສະທ້ອນຢ່າງໜັກໜ່ວງຈາກພາຍຸ, ນໍ້າຖ້ວມເມື່ອເດືອນກັນຍາຜ່ານມາ. ພາບ: qdnd.vn.

ໂດຍໄດ້ຮັບການມອບສິດຈາກປະທານປະເທດຫວຽດນາມ, ທ່ານພົນເອກ ໂງຊວນລິກ ໄດ້ປະດັບຫຼຽນໄຊດາວຄຳ, ເຊິ່ງເປັນຫຼຽນໄຊອັນສູງສົ່ງທີ່ສຸດຂອງພັກ, ລັດຫວຽດນາມ ໃຫ້ແກ່ກອງທັບປະຊາຊົນລາວ, ພ້ອມກັບບັນດາຫຼຽນໄຊອື່ນໆໃຫ້ແກ່່ບັນດາໝູ່ຄະນະ ແລະບຸກຄົນຂອງກອງທັບປະຊາຊົນລາວ.

ໂດຍ: ເຈິ່ນຮວ່ຽນ