ການຢ້ຽມຢາມຂອງທ່ານນາງ Bonnie Glick ດໍາເນີນໃນສະພາບການປີ 2018, USAID ໄດ້ລົງນາມໃນຂໍ້ຕົກລົງກັບເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດກ່ຽວກັບບ້ວງເງິນ  183 ລ້ານໂດລາສະຫະລັດຂອງ USAID ທີ່ປະກອບໃຫ້ໂຄງການກໍາຈັດມົນລະພິດດີໂອຊີນຢູ່ເຂດສະໜາມບິນບຽນຮວ່າ ໃນໄລຍະ 5 ປີທໍາອິດ. ໂຄງການໄດ້ຮັບອະນຸມັດຜ່ານຢ່າງເປັນທາງການຈາກນາຍົກລັດຖະມົນຕີຫວຽດນາມ ແລະເລີ່ມເຄື່ອນໄຫວໃນເດືອນ ເມສາ 2019. ຕາມຄາດຄະເນຂອງຝ່າຍຫວຽດນາມ ແລະອາເມລິກາ,  ຄ່າໃຊ້ຈ່າຍອາດຈະຂຶ້ນເຖິງ 390 ລ້ານໂດລາສະຫະລັດ ແລະວຽກງານແກ້ໄຂສັງລວມຈະສໍາເລັດໃນໄລຍະ 10 ປີ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ຕ້ອນຮັບທ່ານນາງ Bonnie Glick. ພາບ: ຮວ່າງຫວູ.

ທ່ານພົນໂທ ຫງວຽນຈີ໊ວີ້ງ ສະແດງຄວາມຂອບໃຈຕໍ່ລັດຖະບານ, ປະຊາຊົນອາເມລິກາ, ສະຖານທູດອາເມລິກາ ແລະ USAID ປະຈໍາ ຫວຽດນາມ ທີ່ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດຫວຽດນາມ ໃນບັນດາການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ໃນໄລຍະຜ່ານມາ. ພ້ອມທັງ, ທ່ານພົນໂທ ຫງວຽນຈີ໊ວີ້ງ ກໍ່ສະເໜີ USAID ສືບຕໍ່ສົມທົບກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງຫວຽດນາມ ຜັນຂະຫຍາຍການປະຕິບັດບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢ່າງມີປະສິດທິຜົນ.

ສ່ວນທ່ານນາງ Bonnie Glick ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງຄວາມມານະພະຍາຍາມລວມລະຫວ່າງຫວຽດນາມ ແລະອາເມລິກາ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຖືວ່າການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແມ່ນເສົາຄໍ້າສໍາຄັນໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ. ຕາມທ່ານນາງ Bonnie Glick ແລ້ວ, ການກໍາຈັດມົນລະພິດດີໂອຊີນຢູ່ເຂດສະໜາມບິນດ່ານັ້ງ ແລະສະໜາມບິນບຽນຮວ່າ ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອາເມລິກາ ເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກມອບ-ຮັບໂຄງການກໍາຈັດມົນລະພິດດີໂອຊີນຢູ່ເຂດສະໜາມບິນບຽນຮວ່າ ລະຫວ່າງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ແລະ USAID. ພາບ: ຮວ່າງຫວູ.

ຕອນເຊົ້າວັນດຽວກັນ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີ໊ວີ້ງ ໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກມອບ-ຮັບໂຄງການກໍາຈັດມົນລະພິດດີໂອຊີນຢູ່ເຂດສະໜາມບິນບຽນຮວ່າລະຫວ່າງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ແລະ USAID.

ໂດຍ: ເຈິ່ນຮວ່ຽນ