ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ການພົວພັນດ້ານປ້ອງກັນຊາດສອງຝ່າຍ ແລະທາບທາມຄໍາເຫັນບັນດາບັນຫາທີ່ກ່ຽວຂ້ອງຮອດປີອາຊຽນ 2020 ເມື່ອຫວຽດນາມ ດຳລົງຕຳແໜ່ງເປັນປະທານໝູນວຽນອາຊຽນ. ກ່ຽວກັບການພົວພັນດ້ານປ້ອງກັນຊາດສອງຝ່າຍ, ສອງຝ່າຍໄດ້ຕີລາຄາສູງໝາກຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ອົດສະຕາລີ ໃນໄລຍະຜ່ານມາ, ສອດຄ່ອງກັບບັນດາເນື້ອໃນການຮ່ວມມືໃນຂອບເຂດບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍປີ 2020; ຖະ​ແຫຼງການ​ວິໄສ​ທັດຮ່ວມກ່ຽວກັບການຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍປີ 2018; ຢັ້ງຢືນການຮ່ວມມືດ້ານປ້ອງກັນຊາດສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອົດສະຕາລີ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຝ່າຍອົດສະຕາລີ ຢັ້ງຢືນວ່າ ຈະສະໜັບສະໜູນ ແລະໜູນຊ່ວຍກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງສໍາເລັດບັນດາກອງປະຊຸມປ້ອງກັນຊາດໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນເປີດກວ້າງ (ADMM+) ເມື່ອຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນໃນປີ 2020 ແລະປາດຖະໜາຢາກໃຫ້ຫວຽດນາມ ສະໜັບສະໜູນສະເໜີຂໍ້​ລິ​ເລີ່ມຈັດຕັ້ງກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ແລະອົດສະຕາລີ ບໍ່ເປັນທາງການ. ຫວຽດນາມ ສະໜັບສະໜູນຫຼັກການສະເໜີດັ່ງກ່າວ ແລະສະເໜີຝ່າຍອົດສະຕາລີ ສືບຕໍ່ທາບທາມຄໍາເຫັນເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມຂອງບັນດາປະເທດອາຊຽນ ທີ່ຍັງເຫຼືອ.

ໂດຍ: ເກື່ອງດັ້ງ