ຜູ້ແທນເຂົ້າຮ່ວມເວທີປາໄສນີ້ມີກວ່າ 1.300 ຄົນ, ລວມມີ: ລັດຖະມົນຕີກະຊວງປ້ອງກັນປະເທດ 23 ທ່ານ, ຕາງໜ້າຄະນະຜູ້ແທນທາງການ 76 ຄະນະ ແລະ 8 ອົງການຈັດຕັ້ງສາກົນ, ກໍ່ຄືບັນດານັກຊ່ຽວຊານ ແລະນັກສັງເກດການທີ່ມີຊື່ສຽງ. ເວທີປາໄສປີນີ້ມີຫົວຂໍ້ “ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ແລະຊຸກຍູ້ສັນຕິພາບຢູ່ອາຊີ-ປາຊີຟິກ”. ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ນໍາໂດຍທ່ານພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ເຂົ້າຮ່ວມເວທີປາໄສ ແລະມີບົດກ່າວປາໄສສຳຄັນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສແຊງຊາງປັກກິ່ງ ຄັ້ງທີ 9. ພາບ: Xinhuanews.

ກ່ຽວກັບຂອບເຂດ, ເວທີປາໄສແຊງຊາງປັກກິ່ງ ຄັ້ງທີ 9 ແມ່ນເວທີປາໄສມີຈຳນວນເຈົ້າໜ້າທີ່ອາວຸໂສ ແລະນັກຊ່ຽວຊານ, ນັກຮຽນຮູ້ເຂົ້າຮ່ວມເປັນຈຳນວນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ຈຳນວນຂົງເຂດ, ຂະແໜງການສະເພາະຂອງບັນດານັກຊ່ຽວຊານ, ນັກຮຽນຮູ້ເຂົ້າຮ່ວມເວທີປາໄສກໍ່ກວ້າງກວ່າເມື່ອທຽບໃສ່ກັບບັນດາເວທີປາໄສຄັ້ງກ່ອນ. ມີຄຳເຫັນຖືວ່າ, ຜົນສະທ້ອນ ແລະຄວາມດູດດື່ມຂອງເວທີປາໄສແຊງຊາງປັກກິ່ງ ຄັ້ງທີ 9 ນັບມື້ນັບເພີ່ມຂຶ້ນ, ຍ້ອນເຫດນັ້ນ, ບັນດາເນື້ອໃນທີ່ນຳມາສະເໜີຢູ່ເວທີປາໄສຈຶ່ງນັບມື້ນັບມີຫຼາຍຮູບຫຼາຍແບບ.

ຕາມລາຍການໂດຍຄະນະຈັດຕັ້ງປະກາດ, ເວທີປາໄສປີນີ້ມີ 4 ວາລະປະຊຸມຄົບຄະນະ, 8 ວາລະປຶກສາຫາລືຕາມກຸ່ມ ແລະວາລະປຶກສາຫາລືພິເສດ, ໃນນັ້ນ, ຈໍານວນວາລະປຶກສາຫາລືຕາມກຸ່ມໄດ້ເພີ່ມຂຶ້ນທົບສອງເທົ່າເມື່ອທຽບກັບເວທີປາໄສຄັ້ງກ່ອນ. ຫົວຂໍ້ຂອງບັນດາວາລະຄົບຄະນະລວມມີ: ການພົວພັນຂອງປະເທດໃຫຍ່ ແລະຄວາມເປັນລະບຽບຮຽບຮ້ອຍຂອງໂລກ; ການຄຸ້ມຄອງຄວາມສ່ຽງກ່ຽວກັບຄວາມໝັ້ນຄົງຢູ່ອາຊີ-ປາຊີຟິກ; ຜົນປະໂຫຍດຂອງບັນດາປະເທດປານກາງ ແລະນ້ອຍ ແລະຄວາມໝັ້ນຄົງລວມ; ກົນໄກຄວບຄຸມອາວຸດສາກົນ ແລະຄວາມໝັ້ນຄົງທົ່ວໂລກ.

ເມື່ອທຽບໃສ່ກັບບັນດາເວທີປາໄສຄັ້ງກ່ອນ, ບັນດາວາລະປຶກສາຫາລືຕາມກຸ່ມໃນເວທີປາໄສປີນີ້ມີຫົວຂໍ້ລະອຽດກວ່າ. ຕົວຢ່າງ, ຫົວຂໍ້ “ຕີລາຄາກົນໄກກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈກ່ຽວກັບຄວາມໝັ້ນຄົງການທະຫານອາຊີ-ປາຊີຟິກ” ໃນເວທີປາໄສຄັ້ງນີ້ໄດ້ຫັນເປັນ 2 ວາລະປຶກສາຫາລືຕາມກຸ່ມ “ກອບຄວາມໝັ້ນຄົງອາຊີ-ປາຊີຟິກ” ແລະ “ສ້າງກົນໄກໃນການສ້າງຄວາມໄວ້ເນື້ອເຊື່ອໃຈ”.

ກ່າວປາໄສໄຂເວທີປາໄສ, ທ່ານພົນໂທ Wei Fenghe ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ໄດ້ຮຽກຮ້ອງໃຫ້ບັນດາປະເທດສ້າງຮູບການຄູ່ຮ່ວມມືດ້ານຄວາມໝ້ັນຄົງໃໝ່ໂດຍອີງໃສ່ຄວາມສະເໝີພາບ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ໃນສະພາບການໂລກຍັງມີິຄວາມສ່ຽງ ແລະສິ່ງທ້າທາຍຫຼາຍຢ່າງ. ທ່ານພົນໂທ Wei Fenghe ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ກ່າວວ່າ “ບໍ່ມີປະເທດໃດສາມາດປ້ອງກັນຕົວເອງ ແລະຕັດຂາດຈາກການເຊື່ອມຕໍ່ກັບໂລກ... ມີພຽງແຕ່ການເຈລະຈາ, ຄວາມມານະພະຍາຍາມລວມ ແລະບັນດາການກະທຳເພື່ອເປົ້າໝາຍຕ່າງຝ່າຍຕ່າງມີຜົນປະໂຫຍດເທົ່ານັ້ນ ຈຶ່ງເຮັດໃຫ້ປະເທດຕ່າງໆສາມາດຊອກຫາມາດຕະການຊ່ວຍປະຊາຊົນໃຫ້ມີຊີວິດທີ່ດີງາມກວ່າ, ມີຄວາມອີ່ມໜຳສຳລານ”.

ທີ່ບັນດາວາລະຄົບຄະນະຂອງເວທີປາໄສ, ຕາງໜ້າກະຊວງປ້ອງກັນປະເທດບັນດາປະເທດໄດ້ມີບົດກ່າວປາໄສສະແດງໃຫ້ເຫັນທັດສະນະກ່ຽວກັບການພັດທະນາສາຍພົວພັນລະຫວ່າງບັນດາປະເທດ, ແບ່ງປັນບົດຮຽນ, ສ້າງຄວາມເຫັນດີເຫັນພ້ອມ ແລະເພີ່ມທະວີການຮ່ວມມືເພື່ອພ້ອມກັນແກ້ໄຂບັນຫາຄວາມໝັ້ນຄົງ.

ໃນບົດກ່າວປາໄສທີ່ວາລະຄົບຄະນະຄັ້ງທີ 2 ມີຫົວຂໍ້ “ການຄຸ້ມຄອງຄວາມສ່ຽງກ່ຽວກັບຄວາມໝັ້ນຄົງຢູ່ອາຊີ-ປາຊີຟິກ”. ທ່ານພົນເອກ ໂງຊວນລິກ ໄດ້ສະເໜີບາງມາດຕະການເພື່ອຄຸ້ມຄອງບັນດາຄວາມສ່ຽງດ້ານຄວາມໝັ້ນຄົງໃນພາກພື້ນ, ໃນນັ້ນໄດ້ຍົກສູງຈິດໃຈເຄົາລົບກົດໝາຍ ແລະເຄົາລົບເຊິ່ງກັນ ແລະກັນໃນການພົວພັນສາກົນກໍ່ຄືໃນການແກ້ໄຂບັນດາການຂັດແຍ້ງ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ດ້ວຍຈິດໃຈຄູ່ຮ່ວມມື, ເພື່ອຄວາມຮັບຜິດຊອບປະຊາຄົມ.

ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ “ບັນຫາທະເລຕາເວັນອອກຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ບໍ່ນຳໃຊ້ກຳລັງອາວຸດ, ນາບຂູ່ນຳໃຊ້ກຳລັງອາວຸດ, ບົນພື້ນຖານກົດໝາຍສາກົນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງແຕ່ລະປະເທດດ້ວຍຈິດໃຈຄູ່ຮ່ວມມື, ເພື່ອຄວາມຮັບຜິດຊອບປະຊາຄົມ. ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມພ້ອມກັບບັນດາປະເທດຊຸກຍູ້ການຮ່ວມມືເພື່ອແນໃສ່ກໍ່ສ້າງທະເລຕາເວັນອອກໃຫ້ກາຍເປັນພາກພື້ນມີສັນຕິພາບ, ສະຖຽນລະພາບ ແລະພັດທະນາ, ເພື່ອຜົນປະໂຫຍດລວມຂອງທຸກປະເທດທັງພາຍໃນ ແລະນອກພາກພື້ນ.

ເມື່ອເຕື້ອງເຖິງບັນຫາທະເລຕາເວັນອອກ, ທ່ານພົນເອກ ໂງຊວນລິກ ຢັ້ງຢືນວ່າ, ຫຼັກໝັ້ນຂອງຫວຽດນາມ ແມ່ນສະໜັບສະໜູນ ແລະປົກປ້ອງສິດເສລີໃນການໄປມາ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກໃຫ້ສອດຄ່ອງກັບກົດໝາຍສາກົນ. ຫວຽດນາມ ຢຶດໝັ້ນແຜນນະໂຍບາຍແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ກ່ຽວກັບສາຍພົວພັນລະຫວ່າງ ຈີນ ແລະອາຊຽນ, ທ່ານພົນເອກ ໂງຊວນລິກ ຖືວ່າ, ສອງຝ່າຍຄວນຖືເປັນສຳຄັນ ແລະຊຸກຍູ້ການພົວພັນການຮ່ວມມືຮອບດ້ານໃນທຸກຂົງເຂດ, ໃນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນເສົາຄ້ຳສຳຄັນ; ພ້ອມທັງຮັບຮູ້ ແລະຕີລາຄາສູງບັນດາຂໍ້ລິເລີ່ມການຮ່ວມມືລະຫວ່າງສອງຝ່າຍເພື່ອແນໃສ່ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະພາກພື້ນ.

ໃນສະພາບການຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ບາງປະເທດໃນພາກພື້ນອາຊີ-ປາຊີຟິກ ກ່ຽວກັບຫຼາຍບັນຫານັບແຕ່ເສດຖະກິດ ແລະຄວາມໝັ້ນຄົງ, ການຄ້າ ແລະການຖ່າຍທອດເຕັກໂນໂລຢີຕະຫຼອດຮອດບັນຫາທະເລຕາເວັນອອກ, ແຕ່ວ່າເວທີປາໄສແຊງຊາງປັກກິ່ງ ຄັ້ງທີ 9 ນີ້ເປັນກາລະໂອກາດ ເພື່ອໃຫ້ບັນດາຝ່າຍຊອກຫາມາດຕະການສັນຕິພາບ. ເຖິງວ່າເວທີປາໄສບໍ່ອອກຖະແຫຼງການຮ່ວມກໍ່ຕາມ, ແຕ່ວ່າຕາມບັນດາຜູ້ແທນແລ້ວ, ເວທີປາໄສແຊງຊາງປັກກິ່ງ ຄັ້ງທີ 9 ໄດ້ຮັດແຄບຊ່ອງຫວ່າງໃນບັນຫາຄວາມໝັ້ນຄົງ ແລະການປ້ອງກັນຊາດລະຫວ່າງບັນດາປະເທດ.

ໂດຍ: ແສງເດືອນ