leftcenterrightdel
ບັນດາຜູ້ແທນແລກປ່ຽນບົດຮຽນກັບຜູ້ຕາງໜ້າໜັງສືພິມກອງທັບ ເບລາຣຸດ “ເພື່ອຄວາມແສນສະຫງ່າຂອງປະເທດຊາດ”. ພາບ: ຈູງກຽນ.

ໃນລາຍການເຮັດວຽກ, ຄະນະໄດ້ແລກປ່ຽນບົດຮຽນ, ຄວາມສາມາດຮ່ວມມືດ້ານສື່ມວນຊົນກັບສໍານັກຂ່າວສານການທະຫານ VayAr, ໜັງສືພິມກອງທັບເບລາຣຸດ “ເພື່ອຄວາມແສນສະຫງ່າຂອງປະເທດຊາດ” ແລະສະຖານີໂທລະພາບການທະຫານ VOEN-TV; ຢ້ຽມຢາມສະຖານີໂທລະພາບແຫ່ງຊາດເບລາຣຸດ ແລະໂຮງຮຽນວັດທະນະທໍາຂອງກອງທັບ Minsk...

leftcenterrightdel
ບັນດາຜູ້ແທນຢ້ຽມຢາມຫໍມູນເຊື້ອຂອງສໍານັກຂ່າວສານການທະຫານ VayAr. ພາບ: ຈູງກຽນ. 

ທີ່ການເຮັດວຽກຕ່າງໆ, ຄະນະພະນັກງານ ແລະຜູ້ຕາງໜ້າບັນດາອົງການສື່ມວນຊົນກອງທັບສາທາລະນະລັດ ເບລາຣຸດ ໄດ້ແລກປ່ຽນບົດຮຽນວິຊາສະເພາະ; ບັນດາການປ່ຽນແປງ, ພັດທະນາໃນຂົງເຂດສື່ມວນຊົນເວົ້າລວມ ແລະສື່ເອເລັກໂຕນິກ, ໂທລະພາບເວົ້າສະເພາະໃນຍຸກສະໄໝລະເບີດເຕັກໂນໂລຢີດີຈີຕອນ; ເນື້ອໃນ, ຂັ້ນຕອນ, ຮູບການຈັດຕັ້ງການຜະລິດ, ຄວາມສາມາດສົມທົບກັນຜະລິດ, ຈໍາໜ່າຍສື່ເອເລັກໂຕນິກ ແລະບັນດາປະເພດສາລະຄະດີ, ຟິມເອກະສານ...

ເນື່ອງໂອກາດນີ້, ຄະນະໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ນັກຮົບເກົ່າ Mikhail Sergeevich ປະທານສະມາຄົມມິດຕະພາບຫວຽດນາມ - ເບລາຣຸດ ທັງເປັນປະທານສະມາຄົມນັກຮົບເກົ່າ ເບລາຣຸດ ທີ່ເຄີຍສູ້ຮົບຢູ່ຫວຽດນາມ.

ໂດຍ: ໄຊຊະນະ