ທີ່ການຕ້ອນຮັບ, ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຫງວຽນຈິວິ້ງ ກ່າວສະແດງຄວາມຂອບໃຈກະຊວງປ້ອງກັນປະເທດອັງກິດ ທີ່ໄດ້ໜູນຊ່ວຍຫວຽດນາມຢ່າງມີປະສິດທິຜົນໃນການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ທີ່ຊູດັງໃຕ້ ແລະເລື່ອງ ອັງກິດ ໜູນຊ່ວຍຫວຽດນາມໃນຂົງເຂດບໍາລຸງສ້າງ, ໂດຍສະເພາະແມ່ນການບໍາລຸງສ້າງພາສາອັງກິດ, ໃຫ້ແກ່ກໍາລັງຮັກສາສັນຕິພາບສະຫະປະຊາຊາດ. ທ່ານພົນໂທ ຫງວຽນຈິວິ້ງ ຕີລາຄາສູງອາຍຸການປະຕິບັດງານຜ່ານມາຂອງທ່ານພັນເອກ David Houghton ໃນຖານະເປັນທີ່ປຶກສາທູດປ້ອງກັນຊາດອັງກິດປະຈໍາຫວຽດນາມ, ຜ່ານນັ້ນປະກອບສ່ວນເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບພັດທະນາ, ນໍາເອົາປະສິດທິຜົນຢ່າງແທດຈິງມາໃຫ້ພາລະກິດກໍ່ສ້າງກອງທັບຢູ່ແຕ່ລະປະເທດ.

leftcenterrightdel
ທ່ານພົນໂທ ຫງວຽນຈິວິ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານພັນເອກ David Houghton. ພາບ: ເຟືອງລິງ

ອວຍພອນທ່ານນາງພັນເອກ Beatrix V. H. Walcot ໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາທູດປ້ອງກັນຊາດຄຽງຂ້າງສະຖານທູດອັງກິດປະຈໍາຫວຽດນາມ, ທ່ານພົນໂທ ຫງວຽນຈິວິ້ງ ສະແດງຄວາມປາດຖະໜາວ່າ, ໃນອາຍຸການທີ່ຈະມາເຖິງທ່ານນາງພັນເອກ Beatrix V. H. Walcot ຈະມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ - ອັງກິດ, ພິເສດແມ່ນໃນບັນດາຂົງເຂດຄື ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນບັນດາຄະນະຜູ້ແທນຂັ້ນສູງ, ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະຊຸກຍູ້ການຮ່ວມມືໃນບັນດາຂົງເຂດອຸດສາຫະກໍາປ້ອງກັນຊາດ, ກໍ່ສ້າງພົນທະຫານ, ຮັກສາສັນຕິພາບສະຫະປະຊາຊາດ...

ຢັ້ງຢືນຍາມໃດກໍເປັນໝູ່ເພື່ອນຂອງປະຊາຊົນຫວຽດນາມ, ທ່ານພັນເອກ David Houghton ແລະທ່ານນາງພັນເອກ  Beatrix V. H. Walcot ເນັ້ນໜັກວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ອັງກິດ ໃຫ້ພັດທະນາຢ່າງແຮງກວ່າອີກ.

ໂດຍ: ໄຊຊະນະ