ໂດຍໄດ້ຮັບຄໍາເຊີນຂອງທ່ານນາງ Federica Mogherini, ຮອງປະທານຄະນະກໍາມະການເອີລົບ, ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (EU) ຮັບຜິດຊອບດ້ານນະໂຍບາຍຄວາມໝັ້ນຄົງ ແລະການພົວພັນຕ່າງປະເທດ, ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ນໍາໂດຍທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ອີຢູ ແລະລົງນາມໃນສັນຍາລະຫວ່າງລັດຖະບານແຫ່ງ ສສ. ຫວຽດນາມ ແລະສະຫະພາບເອີລົບ ກ່ຽວກັບການສ້າງຂອບເຂດທີ່ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຄວບຄຸມວິກິດການຂອງສະຫະພາບເອີລົບ (FPA).

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ການຢ້ຽມຢາມ ອີຢູ ແລະລົງນາມໃນສັນຍາ FPA ຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດການປ້ອງກັນຊາດກັບອີຢູ, ສອດຄ່ອງກັບເນື້ອໃນຈິດໃຈສັນຍາແມ່ກ່ຽວກັບຄູ່ຮ່ວມມື ແລະການຮ່ວມມືຮອບດ້ານ ຫວຽດນາມ-EU (PCA); ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນການຊຸກຍູ້ຄວາມມານະພະຍາຍາມລວມ ແນໃສ່ນໍາມາເຊິ່ງສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ