ບັນດາກິດຈະກໍາຄວບຄຸມວິກິດການຂອງ ອີຢູ

ພາຍຫຼັງການປະທະກັນຕ່າງໆໃນຊຸມປີ 1990 ຢູ່ເຂດບານກັງຕາເວັນຕົກ, ອີຢູ ແລະບັນດາປະເທດສະມາຊິກຕົກລົງຕ້ອງມີກໍາລັງຄວາມສາມາດເພື່ອວາງແຜນກໍານົດ ແລະປະຕິບັດບັນດາພາລະກໍາ, ກິດຈະກໍາຂອງຕົນ. ປີ 2003,  ເປັນຄັ້ງທຳອິດທີ່ ອີຢູ ຜັນຂະຫຍາຍ 2 ກິດຈະກໍາ. ແຕ່ນັ້ນຮອດປະຈຸບັນ, ອີຢູ ໄດ້ຜັນຂະຫຍາຍທັງໝົດ 34 ກິດຈະກໍາ ແລະບັນດາຄະນະປະຕິບັດງານຢູ່ 3 ທະວີບ.

ປະຈຸບັນ, ອີຢູ ພວມຮັກສາ 6 ກິດຈະກໍາຄວບຄຸມວິກິດການດ້ານທະຫານ ແລະ 10 ກິດຈະກໍາຄວບຄຸມວິກິດການພົນລະເຮືອນດ້ວຍບຸກຄະລາກອນປະມານ 5.000 ຄົນ. ເປົ້າໝາຍຂອງບັນດາກິດຈະກໍາດັ່ງກ່າວແມ່ນ ເພື່ອຮັກສາສັນຕິພາບ, ສະກັດກັ້ນການປະທະກັນ, ປັບປຸງສັນຕິພາບສາກົນ, ຮັກສາລະບົບກົດໝາຍ, ຕ້ານການຄ້າມະນຸດ ແລະຕ້ານການໂຈນສະຫຼັດ.

ໃນຂະບວນການຜັນຂະຫຍາຍບັນດາກິດຈະກໍາຄວບຄຸມວິກິດການຂອງ ອີຢູ, 18 ປະເທດຄູ່ຮ່ວມມື, ໃນນັ້ນມີ ສະວິດ, ການາດາ, ນອກແວ... ໄດ້ເຂົ້າຮ່ວມ ແລະປະກອບສ່ວນຢ່າງເໝາະສົມດ້ວຍຄວາມສາມາດຂອງຕົນ. ພື້ນຖານຂອງຂໍ້ຕົກລົງລະຫວ່າງ ອີຢູ ແລະບັນດາປະເທດຄູ່ຮ່ວມມືດັ່ງກ່າວແມ່ນຍຸດທະສາດທົ່ວໂລກຂອງ ອີຢູ 2016 (EUGS) ພ້ອມກັບນະໂຍບາຍປ້ອງກັນ ແລະປ້ອງກັນຄວາມສະຫງົບລວມ ອີຢູ (CSDP). ປະຈຸບັນບັນດາປະເທດຄູ່ຮ່ວມມືພວມເຂົ້າຮ່ວມ 9 ໃນ 22 ກິດຈະກໍາຄວບຄຸມວິກິດການພົນລະເຮືອນຂອງ ອີຢູ.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານນາງ Federica Mogherini, ຮອງປະທານຄະນະກໍາມະການເອີລົບ, ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (EU) ຮັບຜິດຊອບດ້ານນະໂຍບາຍຄວາມໝັ້ນຄົງ ແລະການພົວພັນຕ່າງປະເທດ, ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຜັນຂະຫຍາຍນັກຊ່ຽວຊານທີ່ມີປະສົບການກ່ຽວກັບການຮັກສາສັນຕິພາບຂອງອີຢູ  ມາໜູນຊ່ວຍດ້ານເຕັກນິກໃຫ້ແກ່ກົມຮັກສາສັນຕິພາບຫວຽດນາມ, ເມື່ອວັນທີ 5 ສິງຫາ 2018 ຢູ່ຮ່າໂນ້ຍ. ພາບ: ຮວ່າງຫວູ.

ຫວຽດນາມ-ຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບຢູ່ພາກພື້ນ ແລະໃນໂລກ

ຫວຽດນາມ ມີການພົວພັນຄູ່ຮ່ວມມື ແລະການຮ່ວມມືຮອບດ້ານກັບ ອີຢູ. ພາຍຫຼັງທີ່ສັນຍາຄູ່ຮ່ວມມື ແລະຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອີຢູ (PCA) ມີຜົນສັກສິດ, ເມື່ອປີ 2019, ຫວຽດນາມ ແລະອີຢູ ໄດ້ລົງນາມໃນສັນຍາການຄ້າເສລີ (EVFTA) ແລະສັນຍາປົກປ້ອງການລົງທຶນ (EVIPA), ຜ່ານນັ້ນ, ສອງຝ່າຍຢັ້ງຢືນຄໍາໝັ້ນສັນຍາລວມ ເພື່ອແນໃສ່ເພີ່ມທະວີບັນດາຄວາມມານະພະຍາຍາມຊຸກຍູ້ສັນຕິພາບ ແລະອຳນາດກົດໝາຍຜ່ານບັນດາການສໍາຜັດຫຼາຍຝ່າຍ ແລະການຮ່ວມມື, ລວມທັງຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ຄຽງຂ້າງນັ້ນ, ຫວຽດນາມ ມີການພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະພວມມີການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນກັບຫຼາຍປະເທດສະມາຊິກອີຢູ. ບັນດາປະເທດສະມາຊິກອີຢູ ໄດ້ ແລະພວມຊຸກຍູ້ຫຼາຍເນື້ອໃນຮ່ວມມືລະຫວ່າງຫວຽດນາມ ແລະອີຢູ, ສ້າງການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ...

ເພື່ອເປີດກວ້າງ ແລະຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດຮ່ວມມືດ້ານປ້ອງກັນຊາດ, ຫວຽດນາມ ແລະອີຢູ ໄດ້ເຫັນດີເປັນເອກະພາບດໍາເນີນການເຈລະຈາສັນຍາກ່ຽວກັບການສ້າງຕັ້ງຂອບເຂດເຂົ້າຮ່ວມຂອງຫວຽດນາມ ເຂົ້າບັນດາກິດຈະກໍາຄວບຄຸມວິກິດການຂອງ ອີຢູ (ເອີ້ນຫຍໍ້ວ່າສັນຍາ FPA). ປະຈຸບັນ, ສອງຝ່າຍໄດ້ສິ້ນສຸດວິວັດການເຈລະຈາສັນຍາ FPA. ເມື່ອໄດ້ຮັບການລົງນາມ, ຫວຽດນາມ ຈະແມ່ນປະເທດທີ 4 ຢູ່ພາກພື້ນອາຊີ-ປາຊີຟິກ ລົງນາມໃນສັນຍາ FPA ກັບອີຢູ.

ເລື່ອງຫວຽດນາມ ແລະອີຢູ ລົງນາມໃນສັນຍາ FPA ສອດຄ່ອງກັບລັດຖະທໍາມະນູນແຫ່ງ ສສ.ຫວຽດນາມ ແລະແນວທາງພົວພັນຕ່າງປະເທດຂອງຫວຽດນາມ, ສອດຄ່ອງກັບຈິດໃຈ “ຮ່ວມມືຮອບດ້ານ” ຂອງສັນຍາ PCA... ຄຽງຂ້າງນັ້ນ, ເລື່ອງຫວຽດນາມ ເຂົ້າຮ່ວມສັນຍາ FPA ຍັງໄດ້ຮັບປະກັນບົນພື້ນຖານ ແລະສອດຄ່ອງກັບມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ມີການຕົກລົງຮັບຮອງຂອງປະເທດປະຈໍາຖິ່ນ, ສອດຄ່ອງກັບກົດໝາຍສາກົນ ແລະກົດໝາຍຂອງຫວຽດນາມ...

ໃນສະພາບການຫວຽດນາມ ກະກຽມຮັບດໍາລົງບົດບາດກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021, ປະທານອາຊຽນ ປີ 2020, ເລື່ອງຫວຽດນາມ ແລະອີຢູ ລົງນາມໃນສັນຍາ FPA ຈະປະກອບສ່ວນນໍາມາເຊິ່ງສັນຕິພາບ, ການຮ່ວມມື ແລະການພັດທະນາໃຫ້ພາກພື້ນ ແລະໃນໂລກ.

ໂດຍ: ທະນາພອນ