ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກເຖິງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອາເມລິກາ ໃນໄລຍະຜ່ານມາວ່າໄດ້ມີບັນດາບາດກ້າວພັດທະນາໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການຮ່ວມມືບຳລຸງສ້າງ, ແບ່ງປັນບົດຮຽນໃນການຮັກສາສັນຕິພາບສະຫະປະຊາຊາດ...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ແອັງຫວູ.

ສ່ວນທ່ານ Randall Schriver ໄດ້ສົ່ງຄຳຢາກມາຢ້ຽມຢາມຫວຽດນາມໃນເວລາໄວໆນີ້ຂອງທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ. ຜ່ານການຢ້ຽມຢາມ, ສອງປະເທດຈະຍົກອອກບັນດາການເຄື່ອນໄຫວ, ໂຄງການຮ່ວມມືຢ່າງລະອຽດເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທດຈິງ, ເໝາະສົມກັບການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ.

ໂດຍ: ເຈິ່ນຮວ່ຽນ