ກ່າວຄຳເຫັນທີ່ພິທີໄຂ, ທ່ານພົນຕີ ຟານແອງຫວຽດ, ຮອງຜູ້ອຳນວຍການວິທະຍາຄານປ້ອງກັນຊາດ ໃຫ້ຮູ້ວ່າ: ການຈັດຕັ້ງຊຸດຝຶກອົບຮົມກ່ຽວກັບການບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນຊຸດທີ 2 ໃຫ້ແກ່ກອງທັບປະຊາຊົນລາວ ແມ່ນການສະແດງໃຫ້ເຫັນບັນດາຄຳໝັ້ນສັນຍາ ແລະຂໍ້ຕົກລົງຮ່ວມມືສາກົນໃນການບຳລຸງສ້າງລະຫວ່າງຫວຽດນາມ ກັບລາວ ກ່ຽວກັບການທະຫານ, ການປ້ອງກັນຊາດ, ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ກໍ່ສ້າງ ແລະພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີໄຂຊຸດຝຶກອົບຮົມຖ່າຍຮູບລວມ. ພາບ: ຮວ່າງຫວູ.

ເຂົ້າຮ່ວມຊຸດຝຶກອົບຮົບຄັ້ງນີ້, ບັນດານັກສຳມະນາກອນກອງທັບປະຊາຊົນລາວ ຈະໄດ້ຄົ້ນຄວ້າບາງບັນຫາກ່ຽວກັບມູນເຊື້ອ, ນ້ຳໃຈສາມັກຄີມິດຕະພາບ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໃນເມື່ອກ່ອນກໍ່ຄືໃນປະຈຸບັນ; ວິທະຍາສາດສັງຄົມ ແລະມະນຸດສາດ, ນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ; ປະຫວັດແຫ່ງການສ້າງຕັ້ງ ແລະປົກປັກຮັກສາປະເທດຊາດຂອງຫວຽດນາມ; ບາງບັນຫາກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ພາກພື້ນ ແລະໂລກ; ນະໂຍບາຍປ້ອງກັນຊາດ ແລະກຳລັງແຮງດ້ານການປ້ອງກັນຊາດຂອງຫວຽດນາມ; ບັນດາຄວາມຮູ້ກ່ຽວກັບການທະຫານທ້ອງຖິ່ນ, ວຽກງານບັນຊາການ-ເສນາທິການກ່ຽວກັບຍຸດທະສາດການທະຫານ; ການດຳເນີນວຽກງານພັກ, ວຽກງານການເມືອງ...

ໂດຍ: ແສງເດືອນ