ທີ່ການຕ້ອນຮັບ, ທ່ານພົນເອກ Sem Sovanny ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ ແລະການຊ່ວຍເຫຼືອອັນລໍ້າຄ່າ ເຊິ່ງຫວຽດນາມ ໄດ້ສະຫງວນໃຫ້ກໍາປູເຈຍ ໃນພາລະກິດປົດປ່ອຍຊາດ, ກູ້ຊ່ວຍປະເທດ ແລະປະຊາຊົນກໍາປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດຂອງປອນປົດ. ໃນສະພາບການສາຍພົວພັນດ້ານປ້ອງກັນຊາດສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ທ່ານພົນເອກ Sem Sovanny ຫວັງວ່າການຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດລະຫວ່າງສອງປະເທດຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນໂທ ຫງວຽນເຟືອງນາມ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຕ້ອນຮັບທ່ານພົນເອກ Sem Sovanny ຜູ້ອໍານວຍການສູນຄຸ້ມຄອງກໍາລັງຮັກສາສັນຕິພາບກໍາປູເຈຍ. ພາບ: ຮວ່າງຫວູ.

ທ່ານພົນໂທ ຫງວຽນເຟືອງນາມ ສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ກໍາປູເຈຍ ໃນໄລຍະຜ່ານມາ, ໃນນັ້ນມີຂົງເຂດຮັກສາສັນຕິພາບສະຫະປະຊາຊາດ, ພ້ອມທັງຢັ້ງຢືນວ່າການນໍາກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂເພື່ອໃຫ້ກໍາລັງຮັກສາສັນຕິພາບສະຫະປະຊາຊາດສອງປະເທດສືບຕໍ່ຮ່ວມມືກັນໃນໄລຍະຈະມາເຖິງຕາມຄວາມຮັບຜິດຊອບ, ໜ້າທີ່ຂອງຕົນ, ຮັບໃຊ້ໃຫ້ພາລະກິດປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ.

ໂດຍ: ເຈິ່ນຮວ່ຽນ