leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານນາງ Annabel Goldie ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ. ພາບ: ເຟືອງລີງ.

ທີ່ການຕ້ອນຮັບ, ຕີລາຄາສູງໝາກຜົນການເຈລະຈາ, ທ່ານພົນເອກ ໂງຊວນລິກ ຂອບໃຈຝ່າຍອັງກິດ ໄດ້ຊ່ວຍບໍາລຸງສ້າງພາສາອັງກິດໃຫ້ແກ່ບັນດານາຍທະຫານຫວຽດນາມ, ຊຸກຍູ້ການຜັນຂະຫຍາຍກໍາລັງຮັກສາສັນຕິພາບສະຫະປະຊາຊາດ, ການຮ່ວມມືໃນຂົງເຂດວັດແທກລະດັບນ້ຳ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານນາງ Annabel Goldie ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ. ພາບ: ເຟືອງລີງ.

ທ່ານພົນເອກ ໂງຊວນລິກ ຖືວ່າ, ການພົວພັນສອງຝ່າຍສອງປະເທດຫວຽດນາມ-ອັງກິດ ເວົ້າລວມ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ເວົ້າສະເພາະຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ສະນັ້ນ, ທ່ານພົນເອກ ໂງຊວນລິກ ປາດຖະໜາວ່າບົນພື້ນຖານການເຈລະຈາຄັ້ງນີ້ ກໍ່ຄືໝາກຜົນການຮ່ວມມືໃນໄລຍະຜ່ານມາ, ໃນໄລຍະຈະມາເຖິງ, ການຮ່ວມມືສອງຝ່າຍຈະບັນລຸບັນດາຜົນງານໃໝ່, ມີປະສິດທິຜົນ, ແທດຈິງ, ນໍາມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 30 ກັນຍາ, ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອັງກິດ ຄັ້ງທີ 2 ໄດ້ດໍາເນີນຢູ່ຮ່າໂນ້ຍ. ຄະນະຫວຽດນາມ ນໍາໂດຍທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ຝ່າຍອັງກິດ ນໍາໂດຍທ່ານນາງ Annabel Goldie, ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ.

leftcenterrightdel
ບັນຍາກາດທີ່ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອັງກິດ ຄັ້ງທີ 2. ພາບ: ເຟືອງລີງ.

ທີ່ການເຈລະຈາ, ສອງຝ່າຍຢັ້ງຢືນວ່າການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອັງກິດ ພວມພັດທະນາອັນດີງາມໃນຫຼາຍຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ການຮັກສາສັນຕິພາບສະຫະປະຊາຊາດ, ການບໍາລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ແຜນທີ່ ແລະວັດແທກລະດັບນ້ຳ... ເພື່ອນໍາການພົວພັນດ້ານປ້ອງກັນຊາດສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ກາຍເປັນເສົາຄໍ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຢ້ຽມຢາມ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນບັນດາຄະນະຜູ້ແທນຂັ້ນສູງແນໃສ່ຍົກສູງຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະຊຸກຍູ້ຄວາມສາມາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກ... ສອງຝ່າຍຢືນຢັນວ່າຈະຊຸກຍູ້ການຮ່ວມມື, ສົມທົບກັນສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ສິ້ນສຸດການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບນໍາການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອັງກິດ ໃຫ້ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ