ທີ່ການຕ້ອນຮັບ, ທ່ານພັນເອກພິເສດ, ຮສຈ.ປອ ຢຽມດັງແທັງ, ຜູ້ອໍານວຍການໂຮງໝໍເສນາຮັກ 110 ໄດ້ແນະນໍາໃຫ້ຄະນະພະນັກງານກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ຮັບຊາບກ່ຽວກັບປະຫວັດຄວາມເປັນມາ, ມູນເຊື້ອ 64 ປີແຫ່ງການສ້າງຕັ້ງ, ພັດທະນາ, ເຕີບໃຫຍ່ ແລະຜົນແຫ່ງການປະຕິບັດວຽກງານກວດ ແລະປິ່ນປົວພະຍາດຂອງໂຮງໝໍເສນາຮັກ 110 ໃນໄລຍະຜ່ານມາ. ໂຮງໝໍໄດ້ໝູນໃຊ້ຫຼາຍເຕັກນິກໃໝ່ເຂົ້າໃນການກວດ ແລະປິ່ນປົວພະຍາດໄດ້ຢ່າງສໍາເລັດ...

leftcenterrightdel
ຄະນະພະນັກງານກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ຖ່າຍຮູບເປັນທີ່ລະນຶກກັບພະນັກງານຂອງໂຮງໝໍເສນາຮັກ 110. ພາບ: baoquankhu1.vn.

ທ່ານພົນຕີ ວົງຄໍາ ພົມມະກອນ ໄດ້ຢັ້ງຢືນວ່າ, ນີ້ແມ່ນການຢ້ຽມຢາມ, ຮໍ່າຮຽນທີ່ມີຄວາມໝາຍຫຼາຍຢ່າງ, ເພື່ອໃຫ້ພະນັກງານກົມໃຫຍ່ພະລາທິການກອງທັບປະຊາຊົນລາວ  ເວົ້າລວມ ແລະຂະແໜງການແພດທະຫານລາວ ເວົ້າສະເພາະໄດ້ມີບົດຮຽນຕົວຈິງອັນລໍ້າຄ່າ, ປະກອບສ່ວນຍົກສູງຄຸນນະພາບວຽກງານກວດ ແລະປິ່ນປົວພະຍາດຕື່ມອື່ນ.

ໂດຍ: ທະນາພອນ