leftcenterrightdel
ທ່ານພົນຕີ ຫວໍມິງເລືອງ ຜູ້ບັນຊາການທະຫານເຂດ 7 ໄດ້ມອບສັນຍາລັກທະຫານເຂດ 7 ໃຫ້ທ່ານພົນໂທ Álvaro Lopez Miera, ກໍາມະການກົມການເມືອງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ. ພາບ: ເຈີ່ນໂຣ.

ທີ່ການຕ້ອນຮັບ, ທ່ານພົນໂທ ຫວໍມິງເລືອງ ເນັ້ນໜັກວ່າ, ກອງທັບ ແລະປະຊາຊົນຫວຽດນາມ ບໍ່ອາດຫຼົງລືມໄດ້ບຸນຄຸນອັນໃຫຍ່ຫຼວງເຊິ່ງກອງທັບ ແລະປະຊາຊົນກູບາ ໄດ້ຊ່ວຍເຫຼືອຫວຽດນາມຈົນສຸດຄວາມສາມາດຂອງຕົນໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ອິດສະຫຼະພາບ. ທ່ານພົນໂທ ຫວໍມິງເລືອງ ປາດຖະໜາວ່າ ໃນໄລຍະຈະມາເຖິງຫວຽດນາມ-ກູບາ ຈະສົມທົບກັນເປັນຢ່າງດີກວ່າອີກໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ... ແລະ 2 ປະເທດຈະພ້ອມກັນສືບຕໍ່ຮັກສາຜົນສຳເລັດຂອງການປະຕິວັດ, ພັດທະນາຢ່າງຮອບດ້ານ, ຍືນຍົງ.

leftcenterrightdel
ການນຳກອງບັນຊາການທະຫານເຂດ 7 ພ້ອມກັບຄະນະການທະຫານຂັ້ນສູງກູບາ ທີ່ການຕ້ອນຮັບ. ພາບ: ເຈີ່ນໂຣ.

ທ່ານພົນໂທ Álvaro Lopez Miera ສະແດງຄວາມປິຕິຊົມຊື່ນ ແລະຄວາມປະທັບໃຈເມື່ອໄດ້ມາຢ້ຽມຢາມຫວຽດນາມ, ພິເສດແມ່ນນະຄອນໂຮ່ຈີມິນ ມີການພັດທະນາຢ່າງວ່ອງໄວ ໃນທຸກດ້ານ. ທ່ານ ພົນໂທ Álvaro Lopez Miera ຕາງໜ້າຄະນະສະແດງຄວາມຂອບອົກຂອບໃຈກອງບັນຊາການທະຫານເຂດ 7 ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງສະໜິດສະໜົມອົບອຸ່ນ ແລະອວຍພອນໃຫ້ກຳລັງປະກອບອາວຸດທະຫານເຂດ 7 ນັບມື້ນັບໝັ້ນຄົງເຂັ້ມແຂງ.

ໂດຍ: ສົມເພັດ