ບົດລາຍງານຂອງບັນດາກົມກອງທີ່ກອງປະຊຸມສະແດງໃຫ້ເຫັນວ່າ, ວຽກງານສົມທົບກັນປະຕິບັດຕາມບົດບັນທຶກຊ່ວຍຈໍາປີ 2018 ບັນລຸໄດ້ໝາກຜົນຫຼາຍຢ່າງ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດຂອງສອງປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baohatinh.vn

ສອງຝ່າຍໄດ້ປະຕິບັດຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດກ່ຽວກັບການແກ້ໄຂບັນຫາຜູ້ຍົກຍ້າຍ​ຕັ້ງ​ພູມລຳ​ເນົາຕາມ​ລຳພັງ​ໃຈ ແລະແຕ່ງງານບໍ່ຖືກຕ້ອງຕາມກົດໝາຍໃນເຂດຊາຍແດນຂອງສອງປະເທດເປັນຢ່າງດີ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງກົນອຸບາຍ, ເລ່ລ່ຽມຕ້ານທໍາລາຍຂອງບັນດາອິດທິກໍາລັງປໍລະປັກເປັນປະຈໍາ, ຕັ້ງໜ້າໂຄສະນາເຜີຍແຜ່ຂົນຂວາຍປະຊາຊົນປະຕິບັດອານຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ ຫວຽດນາມ-ລາວ ເປັນຢ່າງດີ.

ໃນການຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາປະເພດຕ່າງໆ, ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ ແລະກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ສົມທົບກັນຕໍ່ສູ້ຕ້ານທໍາລາຍຄະດີຊື້ຂາຍຢາເສບຕິດ.

leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ ແລະກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ແລກປ່ຽນບົດບັນທຶກຊ່ວຍຈໍາສະບັບຕ່າງໆ. ພາບ: baohatinh.vn

ທີ່ກອງປະຊຸມແລກປ່ຽນວຽກງານ, ກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ ແລະກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ຮັບຮອງເອົາ ແລະລົງນາມໃນບົດບັນທຶກຊ່ວຍຈໍາດ້ວຍຫຼາຍເນື້ອໃນທີ່ສໍາຄັນ.

leftcenterrightdel
ພາຍຫຼັງກອງປະຊຸມ, ທ່ານ ກອງແກ້ວ ໄຊສົງຄາມ, ເຈົ້າແຂວງໆບໍລິຄຳໄຊ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງກອງບັນຊາການທະຫານຊາຍແດນແຂວງຮ່າຕີ໋ງ. ພາບ: baohatinh.vn.

ສອງຝ່າຍເຫັນດີເປັນເອກະພາບປະຕິບັດເປັນຢ່າງດີວຽກງານສົມທົບກັນໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນຢູ່ເຂດຊາຍແດນປະຕິບັດຕາມບັນດາສັນຍາ, ກົດລະບຽບຢູ່ເຂດຊາຍແດນຢ່່າງເຂັ້ມງວດ. ເປັນເສນາທິການໃຫ້ແກ່ອໍານາດການປົກຄອງທ້ອງຖິ່ນໃນວຽກງານຄຸ້ມຄອງປົກປັກຮັກສາຊາຍແດນ, ພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ເພີ່ມທະວີການພົບປະແລກປ່ຽນສອງຟາກຊາຍແດນ ແລະຍົກສູງປະສິດທິຜົນໃນວຽກງານແຮກສ່ຽວລະຫວ່າງບັນດາຕາແສງ-ບ້ານ ທີ່ໄດ້ລົງນາມແລ້ວ... ສືບຕໍ່ຜັນຂະຫຍາຍແຜນການສົມທົບກັນຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາປະເພດຕ່າງໆ; ພ້ອມແລ້ວທີ່ຈະສົມທົບກັນໃນວຽກງານກູ້ໄພກູ້ຊີບເມື່ອມີໄພທໍາມະຊາດ, ໂລກລະບາດເກີດຂຶ້ນ.

ໂດຍ: ທູຈາງ