ກ່າວຄຳເຫັນທີ່ພິທີປິດ, ທ່ານພົນຕີ ເຈິ່ນວັນເວະ ຢັ້ງຢືນວ່າດ້ວຍບົດບາດແມ່ນປະທານກອງປະຊຸມ ASEANAPOL 39, ກໍາລັງຕໍາຫຼວດຫວຽດນາມ ຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມທະວີການຮ່ວມມືໃນການສະກັດກ້ັນ ແລະຕ້ານອາດຊະຍາກຳລະຫວ່າງບັນດາປະເທດສະມາຊິກ ASEANAPOL ກໍ່ຄືກັບບັນດາຄູ່ຮ່ວມມືເຈລະຈາ, ນັກສັງເກດການຂອງ ASEANAPOL ໃຫ້ມີປະສິດທິຜົນກວ່າອີກ. ເພື່ອບັນລຸໄດ້ບັນດາຜົນງານເຫຼົ່ານັ້ນ, ກຳລັງຕຳຫຼວດຫວຽດນາມ ຫວັງວ່າຈະໄດ້ຮັບການໜູນຊ່ວຍ, ການສະໜັບສະໜູນຂອງບັນດາຄູ່ຮ່ວມງານຈາກກຳລັງຕຳຫຼວດບັນດາປະເທດສະມາຊິກ ແລະບັນດາຄູ່ຮ່ວມມືໃນພາກພື້ນກໍ່ຄືໃນໂລກ.

leftcenterrightdel
ບັນດາຫົວໜ້າຄະນະເຂົ້າຮ່ວມ ASEANAPOL 39 ລົງນາມໃນຖະແຫຼງການຮ່ວມຂອງກອງປະຊຸມ. ພາບ: ຮວ່າງຫວູ.

ASEANAPOL ໄດ້ຮັບການສ້າງຕັ້ງແຕ່ປີ 1979 ແລະກໍາລັງຕໍາຫຼວດຫວຽດນາມ ໄດ້ເຂົ້າຮ່ວມ ASEANAPOL ແຕ່ປີ 1996. ຈຸດປະສົງຂອງ ASEANAPOL ແມ່ນຮ່ວມມືຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆທີ່ປະກົດຂຶ້ນໃນພາກພື້ນ, ຄື: ຊື້, ຂາຍຢາເສບຕິດທີ່ຜິດກົດໝາຍ; ການກໍ່ການຮ້າຍ, ການຄ້າອາວຸດເຖື່ອນ; ການຄ້າມະນຸດ; ອາດຊະຍາກຳການຄ້າ, ອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ.... ASEANAPOL ມີຍອດຈໍານວນສະມາຊິກແມ່ນ 10 ປະເທດອາຊຽນ, ມີ 10 ຄູ່ຮ່ວມມືເຈລະຈາ (ອົດສະຕາລີ, ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ນິວຊີແລນ, ລັດເຊຍ, ຕວກກີ, ຄະນະເລຂາອາຊຽນ, ອົງການຕຳຫຼວດອາຍາສາກົນ - Interpol, ອົງການຕໍາຫຼວດເອີລົບ - Europol) ແລະ 6 ອົງການສັງເກດການ (Fiji, Timor-Leste, ອົງການສະກັດກັ້ນ  ແລະຕ້ານອາຊະຍາກຳແຫ່ງຊາດອັງກິດ, ສະຫະສະມາຄົມຜູ້ບັນຊາການຕຳຫຼວດສາກົນ-IACP, ຄະນະກໍາມະການກາແດງສາກົນ-ICRC, ກົມສືບສວນ-ສອບສວນສະຫະລັດອາເມລິກາ-FBI).

ໂດຍ: ສົມເພັດ