ທີ່ການໂອ້ລົມສົນທະນາ, ພົບປະແລກປ່ຽນບົດຮຽນ, ບັນດາຜູ້ແທນໄດ້ຮັບຟັງທ່ານພັນເອກພິເສດ ໂດກວາງມາວ, ເລຂາຄະນະພັກ, ຫົວໜ້າການເມືອງໂຮງໝໍ 105 ແລກປ່ຽນກ່ຽວກັບໝາກຜົນໃນການຊີ້ນໍາ, ນໍາພາການເຄື່ອນໄຫວວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມຂອງໂຮງໝໍ.

ຕາມນັ້ນແລ້ວ, ໃນຊຸມປີຜ່ານມາ, ວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມຂອງກົມກອງ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກ, ຄະນະບັນຊາໂຮງໝໍໃນການຊີ້ນໍາ, ນໍາພາ. ໂຮງໝໍໄດ້ສ້າງທຸກເງື່ອນໄຂດີທີ່ສຸດກ່ຽວກັບເວລາ, ກໍາລັງ, ພາຫະນະ, ພື້ນຖານວັດຖຸ ແລະງົບປະມານໃຫ້ແກ່ອົງການຈັດຕັ້ງຊາວໜຸ່ມເຄື່ອນໄຫວ. ພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມໄດ້ຮັບຄວາມເອົາໃຈໃສ່, ຕອບສະໜອງຄວາມມຸ່ງມາດປາດຖະໜາຢ່າງທັນການ. ອົງການຈັດຕັ້ງຊາວໜຸ່ມໄດ້ເສີມຂະຫຍາຍບົດບາດປະຈັນບານ, ມີຫົວຄິດປະດິດສ້າງຂອງໄວໜຸ່ມເປັນຢ່າງດີ. ການເຄື່ອນໄຫວວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມໄດ້ປະກອບສ່ວນຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດ, ປະຖົມພະຍາບານ, ການປິ່ນປົວຂອງໂຮງໝໍ, ກໍ່ສ້າງອົງຄະນະພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ໂຮງໝໍໝັ້ນຄົງເຂັ້ມແຂງຮອບດ້ານ.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ, ພົບປະແລກປ່ຽນບົດຮຽນ. ພາບ: ຮົ່ງແທ້ງ.

ຄະນະພະນັກງານທີ່ເຮັດວຽກງານຊາວໜຸ່ມຂອງກອງທັບປະຊາຊົນລາວ ໄດ້ສະແດງຄວາມພາກພູມໃຈເມື່ອໄດ້ມາຢ້ຽມຢາມ, ພົບປະແລກປ່ຽນບົດຮຽນກັບຊາວໜຸ່ມກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມໂຮງໝໍ 105 ເວົ້າສະເພາະ; ພ້ອມທັງແລກປ່ຽນບາງຮູບແບບທີ່ດີ, ວິທີປະຕິບັດວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມໃນກອງທັບປະຊາຊົນລາວ ຢ່າງມີປະສິດທິຜົນ. ຄະນະພະນັກງານທີ່ເຮັດວຽກງານຊາວໜຸ່ມຂອງກອງທັບປະຊາຊົນລາວ ຊີ້ແຈ້ງວ່າ, ບັນດາເນື້ອໃນ, ບົດຮຽນໄດ້ແບ່ງປັນ, ແລກປ່ຽນກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມຂອງກອງທັບປະຊາຊົນຫວຽດນາມ ຄະນະຈະຄົ້ນຄວ້າ, ໝູນໃຊ້ໃຫ້ເໝາະສົມໃນວິວັດການປະຕິບັດງານຢູ່ບັນດາກົມກອງຂອງກອງທັບປະຊາຊົນລາວ.

ໂດຍ: ກວຽດເຕິມ