leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຮວ່າງຫວູ.

ທ່ານພົນຈັດຕະວາ ຫງວຽນຊວນຫງີ້ ແລະທ່ານພັນເອກ ວິລະຕູ່ ວໍລະຈິດ ໄດ້ພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບວຽກງານສໍາເນົາເອກະສານ, ນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການເຄື່ອນໄຫວວຽກງານຫ້ອງການ ແລະວຽກງານກໍ່ສ້າງພາລະກອນສຳເນົາເອກະສານລະຫວ່າງສອງຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ-ລາວ.

leftcenterrightdel
ຄະນະຜູ້ແທນສອງຝ່າຍຖ່າຍຮູບຮ່ວມກັນ. ພາບ: ຮວ່າງຫວູ.

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ຄະນະກົມຄົ້ນຄວ້າສັງລວມ, ຫ້ອງວ່າການກະຊວງປ້ອງກັນປະເທດລາວ ໄດ້ໄປຢ້ຽມຢາມ, ແລກປ່ຽນບົດຮຽນກ່ຽວກັບວຽກງານສຳເນົາເອກະສານ ແລະນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການເຄື່ອນໄຫວວຽກງານຫ້ອງການກັບບາງອົງການ, ກົມກອງຢູ່ຮ່າໂນ້ຍ, ຄື: ສູນສຳເນົາເອກະສານ (ກະຊວງປ້ອງກັນປະເທດ); ສາງເກັບຮັກສາເອກະສານສໍາເນົາຂອງກອງບັນຊາການທະຫານຊາຍແດນ; ສາງເກັບຮັກສາເອກະສານສໍາເນົາຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ; ສູນສຳເນົາເອກະສານແຫ່ງຊາດ 3.

ການມາຢ້ຽມຢາມ ແລະເຮັດວຽກຂອງຄະນະກົມຄົ້ນຄວ້າສັງລວມ, ຫ້ອງວ່າການກະຊວງປ້ອງກັນປະເທດລາວ ໄດ້ປະກອບສ່ວນຮັກສາ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດລະຫວ່າງສອງປະເທດ, ສອງກອງທັບເວົ້າລວມ ແລະສອງຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ-ລາວ ເວົ້າສະເພາະ.

ໂດຍ: ເຈິ່ນຮວ່ຽນ