ກ່າວຄໍາເຫັນທີ່ພິທີປິດ, ທ່ານພົນຈັດຕະວາ ເຈິ່ນຢຸຍຮ່ວາ, ຮອງປະທານສານທະຫານສູນກາງ ໃຫ້ຮູ້ວ່າ, ພາຍຫຼັງຜັນຂະຫຍາຍມາເປັນເວລາ 1 ເດືອນ, ຊຸດຝຶກອົບຮົມໄດ້ສໍາເລັດຕາມແຜນການ, ເນື້ອໃນ, ລາຍການທີ່ໄດ້ວາງອອກ. ທ່ານພົນຈັດຕະວາ ເຈິ່ນຢຸຍຮ່ວາ ຫວັງວ່າ, ເມື່ອກັບຄືນເມືອປະເທດ, ບົນພື້ນຖານບັນດາເນື້ອໃນທີ່ໄດ້ຮັບເອົາໃນຊຸດຝຶກອົບຮົມນີ້, ບັນດາພະນັກງານສານທະຫານລາວ ຈະສືບຕໍ່ຮໍ່າຮຽນ, ຄົ້ນຄວ້າ, ຍົກສູງລະດັບຄວາມຮູ້, ໝູນໃຊ້ໃຫ້ເໝາະສົມກັບຮູບແບບ, ການຈັດຕັ້ງຂອງອົງການ, ກົມກອງຂອງຕົນ ເພື່ອນໍາບັນດາຄວາມຮູ້ເຫຼົ່ານັ້ນເຂົ້າໃນການປະຕິບັດງານ, ປະຕິບັດສຳເລັດໜ້າທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການກໍ່ສ້າງຂະແໜງສານທະຫານ ແລະພື້ນຖານຍຸຕິທຳລາວ ໃຫ້ນັບມື້ນັບເຂັ້ມແຂງ ແລະພັດທະນາ.

leftcenterrightdel
ທ່ານພົນຈັດຕະວາ ເຈິ່ນຢຸຍຮ່ວາ ມອບໃບຢັ້ງຢືນສໍາເລັດການຝຶກອົບຮົມໃຫ້ແກ່ພະນັກງານສານທະຫານແຫ່ງ ສປປ ລາວ. ພາບ: ຖຸ່ຍລີງ.

ຕາງໜ້າຄະນະພະນັກງານສານທະຫານລາວ, ທ່ານນາງພັນໂທ ວົງພອນ ສຸວັນນາຈັກ ໄດ້ຂອບໃຈການຊ່ວຍເຫຼືອຂອງສານທະຫານສູນກາງ, ກອງ 871 ແລະບັນດາກົມກອງທີ່ກ່ຽວຂ້ອງໄດ້ກະກຽມພື້ນຖານວັດຖຸ, ຫຼັກສູດການຮຽນ, ສ້າງເນື້ອໃນ, ລາຍການຝຶກອົບຮົມຢ່າງຄົບຊຸດ ເພື່ອໃຫ້ຊຸດຝຶກອົບຮົມປະສົບຜົນສໍາເລັດຢ່າງຈົບງາມ, ພ້ອມທັງຢືນຢັນວ່າ, ຈະຕັ້ງໜ້າເສີມຂະຫຍາຍ ແລະໝູນໃຊ້ບັນດາຄວາມຮູ້ທີ່ໄດ້ຮຽນມາໃນຊຸດຝຶກອົບຮົມເຂົ້າໃນການປະຕິບັດງານຢ່າງມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ