ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອິນເດຍ ໃນຊຸມປີມໍ່ໆມານີ້ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນຢ່າງແທດຈິງ. ທ່ານພົນໂທ ຫງວຽນຈີ໊ວິ້ງ ປາດຖະໜາວ່າ ໃນຖານະຕໍາແໜ່ງຂອງຕົນທ່ານ Pranay Verma ຈະເອົາໃຈໃສ່, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຫວຽດນາມ-ອິນເດຍ ເວົ້າລວມ, ການຮ່ວມມືລະຫວ່າງກອງທັບສອງປະເທດເວົ້າສະເພາະໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ພິເສດແມ່ນກະກຽມໃຫ້ການເຈລະຈານະໂຍບາຍດ້ານປ້ອງກັນຊາດຫວຽດນາມ-ອິນເດຍ ຂັ້ນຮອງລັດຖະມົນຕີ ຄັ້ງທີ 12 ເຊິ່ງຈະຈັດຕັ້ງໃນເດືອນຕຸລາຈະມາເຖິງ ຢູ່ຫວຽດນາມ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ. ພາບ: ເຟືອງລີງ.

ເຫັນດີເປັນເອກະພາບຕໍ່ການຕີລາຄາຂອງທ່ານພົນໂທ ຫງວຽນຈີ໊ວິ້ງ, ທ່ານ Pranay Verma ຢືນຢັນວ່າ, ການເປີດກວ້າງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມານັບທັງເນື້ອໃນ ແລະຂອບເຂດແມ່ນພື້ນຖານເພື່ອຢັ້ງຢືນການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ. ທ່ານ Pranay Verma ຢືນຢັນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ອິນເດຍ ຂັ້ນຮອງລັດຖະມົນຕີ ຄັ້ງທີ 12 ດໍາເນີນປະສົບຜົນສໍາເລັດຢ່າງດີງາມ.

ໂດຍ: ເຈິ່ນຮວ່ຽນ