ດ້ວຍຫົວຂໍ້ “ຮັບປະກັນຄວາມໝັ້ນຄົງແບບຍືນຍົງ: ທັດສະນະໃໝ່ຂອງກໍາລັງທະຫານບົກບັນດາປະເທດພາກພື້ນອິນເດຍ-ປາຊີຟິກ”, ກອງປະຊຸມມຸ່ງໄປເຖິງການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ແລະການຮ່ວມມືລະຫວ່າງທະຫານບົກບັນດາປະເທດໃນພາກພື້ນ.

leftcenterrightdel
ການນໍາ IPACC ພ້ອມກັບທ່ານ Prayut Chan-o-cha, ນາຍົກລັດຖະມົນຕີໄທ. ພາບ: ສໍານັກຂ່າວສານຫວຽດນາມ.

ພ້ອມກັບການດໍາເນີນກອງປະຊຸມ IPACC, ກອງປະຊຸມສຳມະນາຄຸ້ມຄອງທະຫານບົກພາກພື້ນອິນເດຍ-ປາຊີຟິກ (IPAMS) ປະຈໍາປີ ແລະເວທີປາໄສການນໍານາຍສິບ (SELF) ກໍ່ດໍາເນີນໄປຢູ່ສະຖານທີ່ດັ່ງກ່າວ.

ທ່ານ Prayut Chan-o-cha, ນາຍົກລັດຖະມົນຕີໄທ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນໄຂກອງປະຊຸມ IPACC, IPAMS ແລະ SELF. ທ່ານນາຍົກລັດຖະມົນຕີໄທ ໄດ້ຢັ້ງຢືນວ່າ, ກອງປະຊມ IPACC, IPAMS ແລະ SELF ໃນຄັ້ງນີ້ແມ່ນພື້ນຖານເປີດກວ້າງໃຫ້ການນໍາທະຫານບົກໃນພາກພື້ນທຸກຂັ້ນ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງແບບຍືນຍົງ.

ໂດຍ: ທູຈາງ