ໄປເຂົ້າຮ່ວມການຝຶກຊ້ອມ AUMX ເປັນເວລາ 7 ວັນ, ກໍາປັ່ນໝາຍເລກ 18 ໄດ້ຝຶກຊ້ອມພ້ອມກັບອາເມລິກາ ແລະ 5 ປະເທດອາຊຽນ ລວມມີ: ໄທ, ສິງກະໂປ, ຟີລິບປິນ, ບຣູໄນ, ມຽນມາ  ຢູ່ບັນດາເນື້ອໃນຄື: ສ້າງລະຫັດ-ປົດລະຫັດ (PUBEX); ແລກປ່ຽນຂໍ້ມູນຂ່າວສານດ້ວຍແສງໄຟ (FLASHEX); ເຄື່ອນຍ້າຍຮູບແຖວຍຸດທະວິທີໃນຕອນກາງຄືນ, ຖ່າຍຮູບແຖວຈາກເທິງອາກາດ (PHOTOEX)...

leftcenterrightdel
ການນໍາກອງບັນຊາການທະຫານເຮືອເຂດ 2 ມອບຊໍ່ດອກໄມ້ໃຫ້ແກ່ຄະນະປະຕິບັດງານເຂົ້າຮ່ວມການຝຶກຊ້ອມ AUMX. ພາບ: ເຟືອງລິງ.

ພາຍຫຼັງການຝຶກຊ້ອມ, ກໍາປັ່ນໝາຍເລກ 18 ຂອງທະຫານເຮືອຫວຽດນາມ ໄດ້ຮັບການຕີລາຄາສູງຈາກກໍາປັ່ນຂອງບັນດາປະເທດເພື່ອນມິດກ່ຽວກັບການປະຕິບັດບັນດາເນື້ອໃນເປັນຢ່າງດີ, ເຄື່ອນຍ້າຍຕາມຮູບແຖວ, ຖືກຕາມໄລຍະຫ່າງ; ປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງນາຍທະຫານຫວຽດນາມໃນກໍາປັ່ນໝາຍເລກ 18 ກັບນາຍທະຫານໃນກໍາປັ່ນຂອງທະຫານເຮືອບຣູໄນ ແລະຟີລິບປິນ ໃນ 3 ກຸ່ມຍຸດທະວິທີ. ນອກຈາກເຂົ້າຮ່ວມການຝຶກຊ້ອມແລ້ວ, ກໍາລັງທະຫານເຮືອຫວຽດນາມ ຍັງດໍາເນີນການລາດຕະເວນ, ສືບສວນສອບສວນຢູ່ເຂດທະເລທາງທິດໃຕ້, ກວດກາອາວຸດຍຸດທະພັນ, ຝຶກແອບກຽມພ້ອມສູ້ຮົບຢູ່ທະເລໃຫ້ພະນັກງານໃນກໍາປັ່ນໝາຍເລກ 18.

ການຝຶກຊ້ອມ AUMX ປະສົບຜົນສໍາເລັດເປັນການຢັ້ງຢືນຖານະບົດບາດຂອງທະຫານເຮືອປະຊາຊົນຫວຽດນາມ ໃນການເຊື່ອມໂຍງ ແລະເຂົ້າຮ່ວມບັນດາການເຄື່ອນໄຫວສາກົນ; ລະດັບຄວາມຮູ້, ຄວາມສາມາດອອກທະເລທາງໄກ ແລະໃນໄລຍະຍາວ ກໍ່ຄືເປັນເຈົ້າຂອງອາວຸດຍຸດທະພັນເຕັກນິກຂອງພະນັກງານ, ລູກເຮືອກໍາປັ່ນໝາຍເລກ 18. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ພະນັກງານ, ນັກຮົບທະຫານເຮືອປະຊາຊົນຫວຽດນາມ ຖອດຖອນບົດຮຽນ,  ພ້ອມແລ້ວທີ່ຈະຈັດຕັ້ງບັນດາກິດຈະກໍາພົວພັນການຕ່າງປະເທດດ້ານປ້ອງກັນຊາດໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີ 2020.

ໂດຍ: ທູຈາງ