ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ ພ້ອມກັບການພັດທະນາທຸກດ້ານຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນຊຸມປີມໍ່ໆມານີ້ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນຢ່າງແທດຈິງ, ພິເສດແມ່ນໃນບັນດາຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ການຮ່ວມມືກໍ່ສ້າງ, ອຸດສາຫະກໍາປ້ອງກັນຊາດ... ທ່ານພົນເອກ ໂງຊວນລິກ ຖືວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືໃນຂົງເຂດປ້ອງກັນຊາດລະຫວ່າງສອງປະເທດຍັງເປີດກວ້າງທີ່ສຸດ ແລະປາດຖະໜາວ່າໃນຖານະຕໍາແໜ່ງຂອງຕົນ, ທ່ານ Pranay Verma ຈະເອົາໃຈໃສ່, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຫວຽດນາມ-ອິນເດຍເວົ້າລວມ, ການຮ່ວມມືລະຫວ່າງກອງທັບສອງປະເທດເວົ້າສະເພາະໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລກປ່ຽນກັບທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ. ພາບ: qdnd.vn.

ເຫັນດີເປັນເອກະພາບຕໍ່ການຕີລາຄາຂອງທ່ານພົນເອກ ໂງຊວນລິກ, ທ່ານ Pranay Verma ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ການພັດທະນາຫຼາຍດ້ານໃນການພົວພັນລະຫວ່າງສອງປະເທດ; ເນັ້ນໜັກວ່າ ອິນເດຍ ຖືຫວຽດນາມ ເປັນຄູ່ຮ່ວມມືສໍາຄັນຂອງອິນເດຍ ກັບພາກພື້ນອາຊີ-ປາຊີຟິກ, ພ້ອມທັງສະໜັບສະໜູນບັນດາຂໍ້ລິເລີ່ມ ແລະຄວາມມານະພະຍາຍາມຂອງຫວຽດນາມ ໃນປີຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020. ຄຽງຂ້າງນັ້ນ, ທ່ານ Pranay Verma ກໍ່ແບ່ງປັນບາງບຸລິມະສິດໃນການປະຕິບັດໜ້າທີ່ການທູດຂອງຕົນຢູ່ຫວຽດນາມ ເພື່ອແນໃສ່ສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ສອງປະເທດ.

ໂດຍ: ເຈິ່ນຮວ່ຽນ