ວັນທີ 22 ສິງຫາ, ທີ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ພິທີຕ້ອນຮັບທ່ານນາງ Nosiviwe Noluthando Mapisa-Nqakula, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະນັກຮົບເກົ່າອາຟະລິກາໃຕ້ ພ້ອມດ້ວຍບັນດາສະມາຊິກໃນຄະນະໂດຍທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານໄດ້ດໍາເນີນຢ່າງສົມກຽດ.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານນາງ Nosiviwe Noluthando Mapisa-Nqakula, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະນັກຮົບເກົ່າອາຟະລິກາໃຕ້. ພາບ: qdnd.vn

ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີສອງທ່ານໄດ້ມີການພົບປະເຈລະຈາ. ທີ່ການພົບປະເຈລະຈາ, ທ່ານພົນເອກ ໂງຊວນລິກ ແລະທ່ານນາງ Nosiviwe Noluthando Mapisa-Nqakula ໄດ້ເຫັນດີເປັນເອກະພາບກ່ຽວກັບການຕີລາຄາຮ່ວມຕໍ່ການພົວພັນດ້ານປ້ອງກັນຊາດ ຫວຽດນາມ-ອາຟະລິກາໃຕ້ ບັນລຸໄດ້ໃນໄລຍະຜ່ານມາບົນພື້ນຖານ “ຂໍ້ຕົກລົງກ່ຽວກັບການພົວພັນໃນຂົງເຂດການປ້ອງກັນຊາດ” ທີ່ໄດ້ລົງນາມໃນປີ 2006; ເປັນຕົ້ນແມ່ນໃນບັນດາຂົງເຂດ: ການເຈລະຈາ, ການທາບທາມຄໍາເຫັນ, ການແລກປ່ຽນຄະນະຜູ້ແທນ, ອຸດສາຫະກໍາປ້ອງກັນຊາດ, ພະລາທິການ-ເສນາຮັກ... ເພື່ອການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເຂົ້າສູ່ແທດຈິງ, ມີປະສິດທິຜົນ, ໃນໄລຍະຈະມາເຖິງ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບນຳກັນວ່າຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຄວາມສາມາດບົ່ມຊ້ອນ.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານນາງ Nosiviwe Noluthando Mapisa-Nqakula, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະນັກຮົບເກົ່າອາຟະລິກາໃຕ້ ກວດແຖວກຽດຕິຍົດ. ພາບ: qdnd.vn

ສອງຝ່າຍສືບຕໍ່ຮັກສາການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ອາຟະລິກາໃຕ້. ກ່ຽວກັບການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດ, ນີ້ແມ່ນໜຶ່ງໃນບັນດາຂົງເຂດການຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມືຖ່າຍທອດເຕັກໂນໂລຢີ. ສອງຝ່າຍກໍ່ແລກປ່ຽນ ແລະເຫັນດີເປັນເອກະພາບກ່ຽວກັບການບໍາລຸງສ້າງພະນັກງານ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື,  ແບ່ງປັນບົດຮຽນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ເປັນຕົ້ນແມ່ນຝ່າຍອາຟະລິກາໃຕ້ ແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງກໍາລັງ, ເສນາຮັກ ແລະຊ່າງແສງໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ຄົ້ນຄວ້າຄວາມສາມາດໜູນຊ່ວຍເຊິ່ງກັນ ແລະກັນໃນບັນດາໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ, ພິເສດແມ່ນຢູ່ຊູດັງໃຕ້ ແລະບາງປະເທດຢູ່ອາຟະລິກາ.

ສອງຝ່າຍແລກປ່ຽນ ແລະເຫັນດີເປັນເອກະພາບນໍາກັນວ່າຈະຄົ້ນຄວ້າການຮ່ວມມື, ແບ່ງປັນບົດຮຽນໃນຂົງເຂດການຕ້ານ ແລະສະກັດກັ້ນການກໍ່ການຮ້າຍ. ຝ່າຍຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບຄະນະບັນຊາການສູ້ຮົບພິເສດຂອງອາຟະລິກາໃຕ້ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ເພື່ອຊອກຮູ້ກາລະໂອກາດຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ...

ໂດຍ: ທູຈາງ