ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຖືວ່າ, ການພົວພັນສອງປະເທດຍາມໃດກໍ່ໄດ້ຮັບການປັບປຸງ ແລະພັດທະນາບັນລຸໄດ້ໝາກຜົນຫຼາຍຢ່າງໃນບັນດາຂົງເຂດ ຄື: ການເມືອງ, ເສດຖະກິດ, ວັດທະນະທໍາ, ວິທະຍາສາດ-ເຕັກໂນໂລຢີ. ທ່ານນາງ Nosiviwe Noluthando Mapisa-Nqakula ສະແດງຄວາມເຊື່ອໝັ້ນວ່າ, ຜ່ານການຢ້ຽມຢາມໃນຄັ້ງນີ້, ສອງປະເທດຈະເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຢ່າງແຮງກວ່າອີກ, ໃນນັ້ນມີການປ້ອງກັນຊາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Nosiviwe Noluthando Mapisa-Nqakula, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະນັກຮົບເກົ່າອາຟະລິກາໃຕ້. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ປັດຈຸບັນ, ຫວຽດນາມໄດ້ ແລະກໍາລັງຜັນຂະຫຍາຍແຜນຮ່າງ “ພັດທະນາການພົວພັນກັບບັນດາປະເທດຕາເວັນອອກກາງ-ອາຟະລິກາ ໄລຍະ 2016-2025”, ໃນນັ້ນ, ອາຟະລິກາໃຕ້ ໄດ້ຮັບຖືວ່າແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ຢູ່ອາຟະລິກາ. ພິເສດ, ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະອາຟະລິກາໃຕ້ ຍາມໃດກໍ່ນໍາໜ້າບັນດາປະເທດຢູ່ທະວີບອາຟະລິກາ.

ສ່ວນທ່ານນາງ Nosiviwe Noluthando Mapisa-Nqakula ໃຫ້ຮູ້ວ່າ, ການພັດທະນາອັນດີງາມໃນການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ອາຟະລິກາໃຕ້, ເປັນຕົ້ນແມ່ນໃນຂົງເຂດການປ້ອງກັນຊາດໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງລັດ, ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາລວມຂອງພາກພື້ນ ແລະໂລກ.

ໂດຍ: ທູຈາງ