ທ່ານພົນໂທ ຟານວັນຢາງ ແລະທ່ານພົນເອກ David L.Goldfein ຖືວ່າ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ອາເມລິກາ ນັບມື້ນັບແທດຈິງ, ມີປະສິດທິຜົນ, ເໝາະສົມກັບຄວາມສາມາດ ແລະຄວາມຕ້ອງການຂອງແຕ່ລະຝ່າຍ, ບັນລຸໄດ້ ບັນດາໝາກຜົນຕັ້ງໜ້າໃນບັນດາຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊອກຫາກູ້ໄພກູ້ຊີບ ແລະໜູນຊ່ວຍມະນຸດສະທໍາ, ຮັກສາສັນຕິພາບສະຫະປະຊາຊາດ...

leftcenterrightdel
ທ່ານພົນໂທ ຟານວັນຢາງ ຕ້ອນຮັບທ່ານພົນເອກ David L.Goldfein. ພາບ: qdnd.vn.

ທ່ານພົນໂທ ຟານວັນຢາງ ແລະທ່ານພົນເອກ David L.Goldfein ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດສືບຕໍ່ມີປະສິດທິຜົນໃນຂົງເຂດຕ່າງໆຄືປະຈຸບັນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າຜົນສໍາເລັດຂອງການພົວພັນດ້ານປ້ອງກັນຊາດຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານພົນເອກ David L.Goldfein. ພາບ: qdnd.vn.

ທ່ານພົນໂທ ຟານວັນຢາງ ຖືວ່າ, ພ້ອມກັບບັນດາຂົງເຂດຮ່ວມມືຕ່າງໆ, ການພົວພັນຮ່ວມມືລະຫວ່າງກໍາລັງທະຫານອາກາດສອງປະເທດໃນໄລຍະຜ່ານມາກໍ່ໄດ້ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ພ້ອມທັງຢືນຢັນວ່າ, ການນໍາກະຊວງປ້ອງກັນປະເທດ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກໃຫ້ແກ່ການຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍ, ໃນນັ້ນມີການຮ່ວມມືລະຫວ່າງກໍາລັງທະຫານອາກາດສອງປະເທດ. ທ່ານພົນໂທ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ, ການພົວພັນດ້ານປ້ອງກັນຊາດຫວຽດນາມ-ອາເມລິກາ ຈະພັດທະນາຢ່າງຕັ້ງໜ້າເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ປະກອບສ່ວນຮັກສາສັນຕະພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນກວ່າອີກ.

ໂດຍ: ເຈິ່ນຮວ່ຽນ