ເຂົ້າຮ່ວມພິທີມີແຂກຖືກເຊີນ, ການນໍາອຳນາດການປົກຄອງ ແລະປະຊາຊົນເຂດ Xinjiang, ບັນດາກົມກອງໃຫຍ່ໃນກອງທັບຈີນ, ພ້ອມກັບການເຂົ້າຮ່ວມຂອງບັນດາສະມາຊິກ 25 ທີມທີ່ມາຈາກ 12 ປະເທດເຂົ້າຮ່ວມ 4 ປະເພດ ໂດຍຈີນ ເປັນປະເທດເຈົ້າພາບຈັດຕັ້ງ ເປັນຈຳນວນຫຼວງຫຼາຍ.

leftcenterrightdel
 ບັນຍາກາດທີ່ພິທີມອບຫຼຽນລາງວັນ. ພາບ: qdnd.vn.
leftcenterrightdel
ພິທີມອບຫຼຽນທອງໃຫ້ແກ່ບັນດານັກກິລາທີມເຄມີສາດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.
leftcenterrightdel
ສະມາຊິກທີມເຄມີສາດກອງທັບປະຊາຊົນຫວຽດນາມ ຮັບຫຼຽນທອງປະເພດຈຸລົດສືບສວນສອດແນມປະຕິບັດໜ້າທີ່ “ສະພາບແວດລ້ອມປອດໄພ”. ພາບ: qdnd.vn.

ປະເພດຈຸລົດສືບສວນສອດແນມປະຕິບັດໜ້າທີ່ “ສະພາບແວດລ້ອມປອດໄພ”, ແມ່ນໜຶ່ງໃນ 4 ປະເພດໄດ້ຈັດຕັ້ງຢູ່ Korla. ທີມເຄມີສາດກອງທັບປະຊາຊົນຫວຽດນາມ ເປັນຄັ້ງທໍາອິດທີ່ເຂົ້າຮ່ວມການແຂ່ງຂັນປະເພດນີ້ຍາດໄດ້ຫຼຽນທອງ, ທີມປະເທດເຈົ້າພາບຈີນ ໄດ້ຫຼຽນຄໍາ ແລະທີມປະເທດລັດເຊຍ ໄດ້ຫຼຽນເງິນ.

leftcenterrightdel
ຮ້ອຍຕີ ກາວວັນຢ້ຽນ ແລະຮ້ອຍໂທ ຈີ້ງບ໊າເຢືອງ ຍາດໄດ້ລາງວັນ “ນັກກິລາດີເດັ່ນ”. ພາບ: qdnd.vn.
leftcenterrightdel
ພັນເອກພິເສດ ຟ້າມດ້າຍເລິມ ໄດ້ຮັບນາມມະຍົດ “ກຳມະການດີເດັ່ນ”. ພາບ: qdnd.vn.

ພ້ອມກັບຫຼຽນທອງ, ທີມເຄມີສາດກອງທັບປະຊາຊົນຫວຽດນາມ ຍັງຍາດໄດ້ 4 ນາມມະຍົດສ່ວນບຸກຄົນ, ໃນນັ້ນ: ທ່ານພັນເອກພິເສດ ຟ້າມດ້າຍເລິມ, ຮອງຫົວໜ້າເຕັກນິກເຫຼົ່າຮົບເຄມີ ໄດ້ຮັບນາມມະຍົດ “ກຳມະການດີເດັ່ນ”, ຮ້ອຍຕີ ຫວູວັນຮຸ່ງ ໄດ້ຮັບນາມມະຍົດ “ນັກຍິງປືນດີເດັ່ນ” ແລະສອງລາງວັນ “ນັກກິລາດີເດັ່ນ” ແມ່ນຂອງຮ້ອຍຕີ ກາວວັນຢ້ຽນ ແລະຮ້ອຍໂທ ຈີ້ງບ໊າເຢືອງ.

ສິ້ນສຸດພິທີປິດງານແຂ່ງຂັນກິລາ ແມ່ນຄ່ຳຄືນດົນຕີທີ່ປະທັບໃຈ, ມີຫຼາຍສີສັນ ແລະລາຍການສະແດງຍິງບັ້ງໄຟດອກ ດ້ວຍຫົວຂໍ້ ຍ້ອງຍໍສັນລະເສີນສັນຕິພາບ ແລະນໍ້າໃຈມິດຕະພາບ. ຄາດຄະເນວ່າ, ວັນທີ 20 ສິງຫາ, ທີມເຄມີສາດກອງທັບປະຊາຊົນຫວຽດນາມ ຈະກັບມາຮອດສະໜາມບິນສາກົນໂນ້ຍບ່າຍ, ປະຕິບັດສຳເລັດໜ້າທີ່ໄປເຂົ້າຮ່ວມ Army Games 2019.

ໂດຍ: ເຈິ່ນຮວ່ຽນ